ເມືອງປາກກະດິງ ເປີດຝຶກອົບຮົມການປະເມີນມາດຖານພົ້ນທຸກ ແລະ ມາດຖານພັດທະນາ

ໃນວັນທີ 30 ສິງຫາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ໄດ້ເປີດຝຶກອົບຮົບການປະເມີນມາດຖານພົ້ນທຸກ ແລະ ມາດຖານພັດທະນາ ຕາມດຳລັດ 348/ລບ ເປັນກຽດເຂົ້າຮ່ວມຂອງທ່ານ ພູເຂົາເງີນ ອິນທະວົງ ເຈົ້າເມືອງປາກກະດິງ, ມີຄະນະຮັບຜິດຊອບການປະເມີນ ພ້ອມດ້ວຍພະນັກງານກໍ່ສ້າງຮາກຖານເຂົ້າຮ່ວມ.

ໃນພິທີໄດ້ຜ່ານຂໍ້ຕົກລົງເຈົ້້າເມືອງປາກກະດິງ ເລກທີ 294/ມປດ, ລົງວັນທີ 29 ສິງຫາ 2022 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບການປະເມີນໄລຍະຕົ້ນຕາມດຳລັດ 348/ລບ, ພ້ອມທັງຜ່ານແຜນງົບປະມານການລົງເຄື່ອນໃຫວປະເມີນ. ແລະ ໄດ້ແນະນຳວິທີການ, ຂັ້ນຕອນຂອງການປະເມີນ ໂດຍສະເພາະແມ່ນ: ວິທີການປ້ອມຂໍ້ມູນໃສ່ແບບຟອມຕ່າງໆ ພ້ອມທັງນຳສະເໜີວິທີການກວດກາ ແລະ ລາຍງານຂໍ້ມູນໃຫ້ກົມພັດທະນາຊົນນະບົດ ແລະ ສະຫະກອນ ໂດຍຜ່ານການປ້ອນຂໍ້ມູນໃສ່ຖານຂໍ້ມູນ ເປັນການປະເມີນການສ້າງຄອບຄົວ-ບ້ານ-ເມືອງພົ້ນທຸກ ແລະ ພັດທະນາ, ບ້ານໃຫຍ່ເປັນຕົວເມືອງນ້ອຍຢູ່ຊົນນະບົດ ແລະ ເມືອງເຂັ້ມແຂງຮອບດ້ານຕາມທິດສາມສ້າງ.

ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 1 ວັນຈຶ່ງຈະປິດລົງ ແລະ ຫຼັງຈາກນັ້ນຈະໄດ້ລົງເຄື່ອນໃຫວປະເມີນມາດຖານພົ້ນທຸກ ແລະ ມາດຖານພັດທະນາ ຕາມດຳລັດ 348/ລບ ຢູ່ 47 ບ້ານທົ່ວເມືອງປາກກະດິງໃຫ້ສໍາເລັດໃນທ້າຍເດືອນ ກັນຍາ 2022.

About admins14