ເມືອງປາກກະດິງ ປູກຕົ້ນໄມ້ 1,500 ເບ້ຍ ເນືອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 42 ປີ

ພິທີປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງ; ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນຕອນເຊົ້າ ວັນທີ 31 ພຶດສະພາ 2022, ຢູ່ທີ່ໂຮງຮຽນປະຖົມສົມບູນບ້ານນາອິນ. ເປັນກຽດເຂົ້າຮ່ວມຂອງທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ. ທ່ານ ດຳ ເພີນຈິດ ຫົວຫນ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ມີແຂກຖືກເຊີນ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ປະຊາຊົນພາຍໃນບ້ານ ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ທ່ານເຈົ້າເມືອງປາກກະດິງໄດ້ກ່າວເປີດພິທີບາງຕອນວ່າ: ໂດຍປະຕິບັດຕາມກົດໝາຍວ່າດ້ວຍປ່າໄມ້ ເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019 ວ່າດ້ວຍການກຳນົດເອົາວັນທີ 1 ມິຖຸນາ ຂອງທຸກໆເປັນວັນປູກຕົ້ນໄມ້ແຫ່ງຊາດ. ເມືອງປາກກະດິງກໍ່ໄດ້ມີພິທີສະເຫຼີມສະຫຼອງວັນດັ່ງກ່າວນັ້ນໃນທຸກໆປີ ເພື່ອປູກຈິດສຳນຶກເຊີນຊວນໃຫ້ພໍ່ແມ່ປະຊາຊົນພາຍໃນເມືອງປາກກະດິງ ກໍ່ຄືປະຊາຊົນລາວບັນດາເຜົ່າ ຮ່ວມແຮງຮ່ວມໃຈກັນ ປົກປັກຮັກສາ-ຟື້ນຟູບູລະນະປ່າໄມ້ ແລະ ປູກໄມ້ໃຫ້ເປັນປ່າ-ເປັນເສດຖະກິດ ແນໃສ່ຟື້ນຟູປ່າໄມ້ໃຫ້ມີຄວາມອຸດົມສົມບູນໄປຮອດເຊັ່ນລູກເຊັ່ນຫຼານ.

ໃນພິທີຍັງໄດ້ມອບການຍ້ອງຍໍສັນລະເສີນໃຫ້ບຸກຄົນ ແລະ ນິຕິບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນທືນຮອນເຂົ້າໃນວຽກງານປູກຕົ້ນໄມ້ແຫ່ງຊາດປະຈຳປີ 2022. ຫຼັງຈາກນັ້ນວິຊາການທີ່ກ່ຽວຂ້ອງກໍ່ໄດ້ອະທິບາຍການປູກເບ້ຍໄມ້ໃຫ້ຖືກວິທີ ແລະ ພ້ອມກັນປູກຕົ້ນໄມ້ໃນຂອບເຂດໂຮງຮຽນປະຖົມສົມບູນບ້ານນາອິນ, ນອກຈາກປູກຢູ່ໃນເຂດຂອງໂຮງຮຽນແລ້ວ ຍັງໄດ້ມອບເບ້ຍໄມ້ໃຫ້ພໍ່ແມ່ນປະຊາຊົນນຳໄປປູກໃນພື້ນທີ່ຂອງຕົນຕາມເງື່ອນໄຂ ເຊີ່ງມີເປົ້າໝາຍປູກເບ້ຍໄມ້ໃນມື້ນີ້ໃຫ້ໄດ້ 1.500 ເບ້ຍ ເຊີ່ງມີທັງປະເພດໄມ້ກິນໝາກ, ໄມ້ປະດັບ ແລະ ໄມ້ອຸດສາຫະກຳ.

 

About admin11