ເມືອງປາກກະດິງ ສະຫຼຸບຖອດຖອນບົດຮຽນ ວຽກງານຈັດຕັ້ງ, ກໍ່ສ້າງພັກ – ພະນັກງານ ໄລຍະ 5ປີ

ກອງປະຊຸມ ສະຫຼຸບຖອດຖອນບົດຮຽນວຽກງານຈັດຕັ້ງ, ກໍ່ສ້າງພັກ – ພະນັກງານ ທົ່ວເມືອງປາກກະດິງ ແຂວງບໍລິຄຳໄຊ ໄລຍະ 5 ປີຜ່ານມາ ( 2016 – 2020 ) ແລະ ວາງທິດທາງແຜນການ 5 ປີຕໍ່ຫນ້າ ( 2021 – 2025 ) ໄດ້ຈັດຂື້ນໃນວັນທີ 1 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດຂອງເມືອງ, ໂດຍການເປັນປະທານຂອງ ທ່ານ ສົມພອນ ຈັນທະນາສຸກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກກະດິງ, ເປັນກຽດເຂົ້າຮ່ວມໂດຍທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວຫນ້າຄະນະຈັດຕັ້ງແຂວງ, ມີຄະນະປະຈຳ – ກຳມະການພັກເມືອງ, ເລຂາພັກອ້ອມຂ້າງເມືອງ ພ້ອມດ້ວຍເລຂາພັກ 47 ບ້ານ ທົ່ວເມືອງ ເຂົ້າຮ່ວມ.

ທ່ານ ແກ້ວວົງທອງ ກົມມະແສງ ຄະນະປະຈຳພັກເມືອງ ຫົວຫນ້າຄະນະຈັດຕັ້ງເມືອງ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກພະນັກງານ 5 ປີຜ່ານມາ ວ່າ: ຄະນະພັກແຕ່ລະຂັ້ນໄດ້ຢຶດໝັ້ນລັດທິ ມາກ – ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງານຂອງພັກ ເປັນພື້ນຖານແນວຄິດປະດິດສ້າງ ເຂົ້າໃນການຫັນແນວທາງນະໂຍບາຍຂອງພັກເປັນແຜນງານ-ໂຄງການລະອຽດ ຕາມແນວທາງປ່ຽນແປງໃໝ່ຂອງພັກ, ດຳເນີນການກໍ່ສ້າງພັກ ໂດຍຢຶດໝັ້ນ 5 ຫຼັກການ, 3 ທິດນຳ ທີ່ກຳນົດໄວ້ໃນກົດລະບຽບຂອງພັກ ສາມາດສ້າງໄດ້ຄະນະພັກ, ສະມາຊິກພັກ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ຄວາມເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ, ຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ຕໍ່ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ.

ປະຈຸບັນ ທົ່ວເມືອງປາກກະດິງ ມີການຈັດຕັ້ງຮາກຖານພັກທັງໝົດ 104 ຮາກຖານ, ໃນນີ້ ມີ 7 ຄະນະພັກຮາກຖານ ແລະ 97 ໜ່ວຍພັກ, ການຂະຫຍາຍພັກ ໄດ້ຫັນເຂົ້້າສູ່ຄຸນນະພາບເປັນກົກ, ຄັດເລືອກເອົາຜູ້ທີ່ພົ້ນເດັ່ນໂດຍການທົດສອບໃນຂະບວນການວຽກງານຕົວຈິງ.

ມີສະມາຊິກພັກທັງໝົດ 1.470 ສະຫາຍ, ຍີງ 321 ສະຫາຍ, ທຽບໃສ່ປີ 2015 ເພີ່ມຂື້ນ 533 ສະຫາຍ ເທົ່າກັບ 36,25%. ຜ່ານການຕີລາຄາຈັດແບ່ງປະເພດຂອງສະມາຊິກພັກໄລຍະຜ່ານມາ ສາມາດຕີລາຄາສະມາຊິກພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ກວມອັດຕາສ່ວນຫຼາຍ.

About admin11