ເມືອງປາກກະດິງ ປາຖະກະຖາ 4 ວັນປະຫວັດສາດ

ຕອນເຊົ້າວັນທີ 18 ມີນາ 2022 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ, ໄດ້ຈັດພິທີປາຖະກະຖາ 4 ວັນ ທີ່ມີຄວາມຫມາຍຄວາມສຳຄັນທາງປະຫວັດສາດ ເປັນຕົ້ນແມ່ນ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ(22 ມີນາ 1955-22 ມີນາ 2022), ວັນຄຽດແຄ້ນຂອງປະຊາຊົນລາວ(ບັ້ນຮົບທ່າແຂກ) ຄົບຮອບ 76 ປີ (22 ມີນາ 1946-22 ມີນາ 2022), ວັນສ້າງຕັ້ງແຂວງບໍລິຄຳໄຊ ຄົບຮອບ 38 ປີ (6 ມີນາ 1984-6 ມີນາ 2022) ແລະ ວັນສ້າງຕັ້ງອົງການກວດກາພັກ – ລັດ ຄົບຮອບ 40 ປີ (16 ກຸມພາ 1982-16 ກຸມພາ 2022).

ເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາ ໂດຍທ່ານ ບຸນຄົບ ຈັນທະວົງ ຮອງເລຂາພັກເມືອງປາກກະດິງ ຜູ້ຊີ້ນຳວຽກງານການເມືອງ – ແນວຄິດ ແລະ ວຽກງານພັກພະນັກງານ, ມີຫົວຫນ້າ ແລະ ຮອງຫນ່ວຍງານ ພ້ອມດ້ວຍພະນັັກງານວິຊາການ ແລະ ກຳລັງ ປກຊ – ປກສ ເຂົ້າຮ່ວມ

ການປາຖະກະຖາຄັ້ງນີ້ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດສາດແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານ ແລະ ພິລະອາດຫານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ເຊີ່ງເປັນວິລະກຳເສຍສະຫຼະອັນລ້ຳເລີດຂອງບັນພະບູລຸດໃນອາດີດ ທີ່ໄດ້ສ້າງຜົນງານອັນໃຫ່ຍຫຼວງໃນພາລະກິດປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຍັງໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງການສ້າງຕັ້ງອົງການຕ່າງໆທີ່ສຳຄັນຕໍ່ການຈັດຕັ້ງປະຕິບັດວຽກງານພັກ – ລັດຂອງພວກເຮົາໃນປະຈຸບັນ.

ຈຸດປະສົງຂອງການປາຖະກະຖະຄັ້ງນີ້ ກໍ່ເພື່ອສຶກສາອົບຮົມການເມືອງແນວຄິດໃຫ້ບັນດາພະນັກງານ – ສະມາຊິກພັກ, ທະຫານ – ຕຳຫຼວດ ໄດ້ຮັບຮູ້ ແລະ ເຊື່ອມຊືມຢ່າງເລິກເຊີ່ງ ນຳເອົາບົດຮຽນອັນລ້ຳຄ່າໃນອາດີດ ມານຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນໃນປະຈຸບັນ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ – ລັດ ໃນແຕ່ລະໄລຍະໃຫ້ໄດ້ຮັບຜົນດີເທື່ອລະກ້າວ.

 

About admin11