ເມືອງປາກກະດິງ ປາຖະກະຖາ ວັນຄູແຫ່ງຊາດຄົບຮອບ 26 ປີ


ເນື່ອງໃນໂອກາດ ວັນທີ 7 ຕຸລາ ວັນຄູແຫ່ງຊາດ ໄດ້ໝູນວຽນມາຄົບຮອບ 26 ປີ ເຊີ່ງເປັນວັນໜຶ່ງທີ່ຄູລາວມີຄວາມເອກອ້າງທະນົງໃຈຕໍ່ກຽດສັກສີ, ຕໍ່ອາຊີບຄູໃນປະຈຸບັນ ແລະ ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ.


ວັນທີ 9 ຕຸລາ 2020 ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີຫວນຄືນມູນເຊື້ອວັນຄູແຫ່ງຊາດ ຄົບຮອບ 26 ປີ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ.

ທ່ານບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ ໄດ້ເປັນກຽດປາຖະກະຖາ ເລົ່າປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ ເຊິ່ງມີເນື້ອໃນບາງຕອນວ່າ: ໃນຊຸມປີ 1905 ຄົນລາວທີ່ໄດ້ເຂົ້າໂຮງຮຽນແມ່ນມີໜ້ອຍທີ່ສຸດ, ໃນນັ້ນ ໄດ້ມີຜູ້ໜຶ່ງຊື່ທ້າວຄຳ ຮຽນຮອດຫ້ອງທີ I (ຈົບ ປໍ6) ແລະ ໄດ້ເຂົ້າຮ່ວມຝຶກອົບຮົມຄູເປັນຜູ້ທຳອິດຂອງຄົນລາວ. ພາຍຫຼັງສຳເລັດຝຶກອົບຮົມຄູແລ້ວ ທ້າວ ຄຳ ໄດ້ເຂົ້າຮັບລາດຊະການເປັນຄູສອນ ເປັນແມ່ພີມຂອງຊາດຄົນທຳອິດເລີ່ມແຕ່ວັນທີ 7 ຕຸລາ 1907. ຕະຫຼອດຊີວິດຂອງນາຍຄູຄຳ ນອກຈາກເຮັດໜ້າທີ່ການສິດສອນແລ້ວ ຍັງໄດ້ເຂົ້າຮ່ວມຂະບວນການນຳພາປະຊາຊົນລາວ ລຸກຂື້ນຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດຕ່າງດ້າວຢ່າງອົງອາດກ້າຫານ. ປະຫວັດສາດແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານ, ລະອິດລະອ້ຽວ ແລະ ໄດ້ຮັບໄຊຊະນະເປັນແຕ່ລະໄລຍະ ແລະ ໄດ້ ສະຖາປານາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ເຊິ່ງໄດ້ເປັນເງື່ອນໄຂເອື້ອອຳນວຍໃນການພັດທະນາ ວຽກງານການສຶກສາຂອງລາວເຮົາ, ເວົ້າລວມແລ້ວ ແມ່ນໄດ້ມີຄູອາຈານສອນເພີ່ມຂື້ນ ແລະ ຄູອາຈານ ເຫຼົ່ານັ້ນລ້ວນແຕ່ມີນ້ຳໃຈຮັກຫອມປະເທດຊາດ, ປະກອບສ່ວນສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະຮອດປະຈຸບັນ.

  ດັ່ງນັ້ນ, ເພື່ອເຮັດໃຫ້ທົ່ວສັງຄົມລາວ ໄດ້ສະແດງອອກເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ຄູອາຈານ ລັດຖະບານຈຶ່ງໄດ້ກຳນົດເອົາ ວັນທີ 7 ຕຸລາ ຂອງທຸກໆປີ ເປັນວັນຄູແຫ່ງຊາດລາວ ຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 98/ນຍ, ລົງວັນທີ 28 ເມສາ 1994 ວ່າດ້ວຍວັນຄູແຫ່ງຊາດລາວ.

       ໃນພິທີ ຍັງໄດ້ມອບຂອງຂວັນໃຫ້ຄູອະວຸໂສ ແລະ ຫຼາຍພາກສ່ວນກໍ່ໄດ້ມອບຂອງຂວັນໃຫ້ຄະນະຊີ້ນຳວຽກງານການສຶກສາ ຫ້ອງການສຶກສາທິການ ແລະ ກິລາເມືອງ. ພ້ອມນີ້ເພື່ອເປັນການເອກອ້າງຕໍ່ຜົນງານຂອງຄູ ກໍ່ໄດ້ມີພິທີມອບການຍ້ອງຍໍຂັ້ນແຂວງ ແລະ ຂັ້ນເມືອງໃຫ້ແກ່ຜູ້ທີມີຜົນງານດີເດັ່ນ ຫ້າວຫັນໃນການປະຕິບັດວຽກງານການສຶກສາທິການ ແລະ ກິລາ ໃນໄລຍະຜ່ານມາ ພ້ອມທັງມອບໃບຢັ້ງຢືນໃຫ້ໂຮງຮຽນ ມສ ປາກກະດິງ, ມສ ວຽງຄຳ, ມ ຕົ້ນນາເຄືອ, ມ ຕົ້ນ ໂພນສີ, ມ ຕົ້ນ ທົ່ງນາມີ, ມ ຕົ້ນ ນ້ຳທອນ, ມ ຕົ້ນ ບ້ານຊອດ ແລະ ມ ຕົ້ນ ບຸ່ງກວາງ ທີ່ເປັນໂຮງຮຽນປອດຢາເສບຕິດ ປະຈຳສົກຮຽນ 2019-2020.

About admin11