ເມືອງບໍລິຄັນ ສໍາເລັດການບໍາລຸງທິດສະດີການເມືອງ – ການປົກຄອງໄລຍະ 45 ວັນ ຊຸດທີ່ 6

ພິທີປີດຊຸດອົບຮົມການບໍາລຸງທີດສະດີການເມືອງ-ການປົກຄອງ ໄລຍະ 45 ວັນ ໃຫ້ພະນັກງານສະມາຊີກພັກຂອງເມືອງບໍລິຄັນ ໄດ້ຈັດຂື້ນ ໃນວັນທີ່ 27 ສີງຫາ 2021 ຢູ່ສະໂມສອນຂອງເມືອງ ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ , ມີບັນດາຄະນະຮັບຜິດຊອບການຝືກອົບຮົມຂັ້ນແຂວງ, ຂັ້ນເມືອງ ຕະຫຼອດຮອດພະນັກງານສໍະມາຊິກພັກຈາກກົມກອງຫ້ອງການ ເຂົ້າຮ່ວມ .

ໃນພິທີ ທ່ານ ນາງ ສີດາ ພັນທະລາ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂື້ນລາຍງານສະພາບການໃນໄລຍະການຮຽນການສອນໃນໄລຍະ 45 ວັນ ເຫັນວ່າ: ນັກຝືກອົບຮົມໄດ້ມີຄວາມຕັ້ງໃຈສຶກສາຄົ້ນຄ້ວາບົດຮຽນໄດ້ເປັນຢ່າງດີ, ມີນັກຮຽນທັງໝົດ 49 ສະຫາຍ, ຍີງ 22 ສະຫາຍ, ສ່ວນຫຼາຍແມ່ນພະນັກງານຫຼັກແຫຼ່ງ, ພະນັກງານນໍາພາມາຈາກຂົງເຂດຕ່າງໆ ພາຍໃນເມືອງ.

ເນື້ອໃນເອກະສານທີ່ນໍາມາສິດສອນໃນຄັ້ງນີ້ ແມ່ນປະຕິບັດຕາມໂຄງການຫຼັກສູດ 45 ວັນສະບັບປັບປຸງ ທີ່ສະຖາບັນການເມືອງ-ການປົກຄອງແຫ່ງຊາດກຳນົດໄວ້ ເຊີ່ງປະກອບມີ 5 ກຸ່ມວິຊາຫຼັກ ລວມມີ 40 ບົດ ຄື: ຊົ່ວໂມງບັນຍາ 141 ຊົ່ວໂມງ, ໃນນີ້ ພາກວິຊາປັດຊະຍາ ມີ 8 ບົດ 31 ຊົ່ວໂມງ, ພາກວິຊາເສດຖະສາດການເມືອງມີ 10 ບົດ 32 ຊົ່ວໂມງ, ພາກວິຊາລັດທິສັງຄົມນິຍົມສາດມີ 8 ບົດ 29 ຊົ່ວໂມງ, ວິຊາບໍລິຫານສາດມີ 8 ບົດ 29 ຊົ່ວໂມງ ແລະ ວິຊາກໍ່ສ້າງພັກມີ 5 ບົດ 19 ຊົ່ວໂມງ.

ໃນຕອນທ້າຍຂອງພິິທີ ໄດ້ມອບໃບຢັ້ງຢືນ ແລະ ໃບຍ້ອງຍໍໃຫ້ແກ່ນັກສໍາມະນາກອນ, ໃຫ້ກຽດມອບໂດຍທ່ານ ບຸນຄໍາ ໄຊເຍ່ຍລໍວື່ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ແລະ ທ່ານ ເຈົ້າເມືອງບໍລິຄັນ ພ້ອມທັງໂອ້ລົມໃຫ້ທີດຊີ້ນໍາຕໍ່ພິທີກ່ອນອື່ນທ່ານ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານ ກໍ່ຄືພະນັກງານ ນໍາພາພະນັກງານຫຼັກແຫຼ່ງກໍ່ຄືພະນັກງານສະມາຊີກພັກທຸກສະຫາຍທີ່ມີຄວາມຕັ້ງໃຈຮັບຟັງການຮຽນທີດສະດີການເມືອງ-ການປົກຄອງ 45 ວັນໃນຄັ້ງນີ້, ເຖີງຈະເປັນໄລຍະສັ້ນ ແຕ່ກໍ່ມີເນື້ອໃນອັນຄົບຖ້ວນເພື່ອນໍາໄປໜູນໃຊ້ປະກອບສ່ວນເຂົ້າໃນໜ້າທີ່ວຽກງານໃຫ້ເກີດຜົນປະໂຫຍດ ໃນການພັດທະນາຕົນເອງ ກໍ່ຄືພັດທະນາໜ້າທີ່ວຽກງານໃຫ້ໄດ້ຮັບຜົນສໍາເລັດ ແລະ ໄດ້ຮັບຄຸນນະພາບສູງຂື້ນເປັນກ້າວໆ.

( ຂ່າວ ສອນໄລ 02055246410 ພ້ອມພາບ )

About admin11