ເມືອງບໍລິຄັນ ຈັດພິທີຮັບຮອງເອົາ 4 ບ້ານ ເປັນບ້ານວັດທະນະທໍາ ແລະ 6 ບ້ານ ເປັນບ້ານສາມັກຄີປອງດອງ

  

ພິທີປະກາດຮັບຮອງເອົາບ້ານ ພູຄໍາ, ບ້ານ ນໍ້າເຕັກ, ບ້ານ ປາກໂພຍ, ບ້ານ ຫີນໂງ່ນ ເປັນບ້ານວັດທະນະທໍາ ແລະ ຮັບຮອງເອົາບ້ານ ທົ່ງພັັນຄໍາ, ບ້ານ ໂພນມີໄຊ, ບ້ານ ພູຄໍາ, ບ້ານ ນໍ້າເຕັກ, ບ້ານປາກໂພຍ, ບ້ານຫີນໂງ່ນ ກຸ່ມບ້ານພູຄໍາ ເປັນບ້ານສາມັກຄີປອງດອງ ຂອງເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ່ 10 ມິນາ 2021 ຢູ່ສະໂມສອນກຸ່ມບ້ານ ພູຄໍາ, ໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງບໍລິຄໍາໄຊ.

ກຸ່ມບ້ານພັດທະນາພູຄໍາ ຕັ້ງຫ່າງຈາກເທດສະບານເມືອງ ປະມານ 57 ກີໂລແມັດ, ມີເນື້ອທີ່ທັງໜົດ 10,208.91 ເຮັກຕ່າ, ປະກອບມີ 1447 ຄອບຄົວ, ມີພົນລະເມືອງ 8575ຄົນ, ຍີງ 4119 ຄົນ, ມີ 3 ຊົນເຜົ່າຢູ່ຮ່ວມກັນ ມີຄອບຄົວ ວັດທະນະທໍາ 933 ຄອບຄົວ ກວມ 85,54%.

ດ້ານວຽກງານສາມັກຄີປອງດອງ ໃນ 6 ບ້ານ, ມີຄອບຄົວສາມັກຄີປອງດອງ 1250 ຄອບຄົວ ກວມ 89,86%, ໄລຍະຜ່ານມາ ຄະນະພັກບັນດາບ້ານ ໄດ້ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດ ເຮັດໃຫ້ປະຊາຊົນມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງບ້ານ, ເປັນເຈົ້າການສ້າງສາພັດທະນາຕົນເອງສູງ, ມີຊີວິດການເປັນຢູ່ດີຂື້ນ, ຄວາມທຸກຍາກໄດ້ຮັບການແກ້ໄຂ, ມີຄອບຄົວຕົວແບບໃນການປູກຝັງ ແລະ ລ້ຽງສັດກາຍເປັນຄອບຄົວພັດທະນາຫຼາຍຂື້ນ, ປະຊາຊົນມີຄວາມອູ່ນອຽນທູ່ນທ່ຽງເຊື້ອໜັ້ນຕໍ່ການນໍາພາຂອງພັກ ເຄົາລົບລະບຽບກົດໝາຍຂອງລັດ ແລະ ມີຄວາມສາມັກຄີເປັນປືກແຜ່ນແໜ້ນໜາຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນ.

ເພື່ອເປັນການຢັ້ງຢືນເຖີງໝາກຜົນຂອງຜົນງານທີ່ຍາດມາໄດ້ນັ້ນ ການນໍາຂັ້ນແຂວງ, ຂ້້ນເມືອງ ຈຶ່ງໄດ້ມອບໃບຍັ້ງຢືນບ້ານວັດທະນະທໍາ ແລະ ບ້ານສາມັກຄີປອງດອງໃຫ້ແຕ່ລະບ້ານຢ່າງສົມກຽດ ແລະ ເປັນຂະບວນຟົດຟື້ນ.

ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ໄດ້ກ່າວສະແດງຄວາມຍ້ອງຍໍຊົຍເຊີຍຕໍ່ຜົນງານ ແລະ ໄຊຊະນະອັນພົ້ນເດັ່ນຂອງບັນດາອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຍາດມາໄດ້ຫຼາຍດ້ານໃນໄລຍະຜ່ານມາ ຈົນສາມາດຮັບຮອງເອົາ 4 ບ້ານເປັນບ້ານວັດທະນະທໍາ ແລະ 6 ບ້ານເປັນບ້ານສາມັກຄີປອງດອງ, ທ່ານໄດ້ຮຽກຮ້ອງມາຍັງອຳນາດການປົກຄອງບັນດາບ້ານ, ພໍ່ແມ່ປະຊາຊົນ ຈົ່ງເອົາໃຈໃສປະຕີບັດຕາມແຜນພັດທະນາເສດທະກີດ-ສັງຄົມຂອງແຂວງ, ເມືອງວາງອອກໃຫ້ສອດຄ່ອງ ຮັກສາຄາມສາມັກຄີເປັນປືກແຜ່ນແໜ້ນໜາ ສືບຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ຂອບເຂດຂອງຕົນຮັບຜິິດຊອບ ມີຄວາມສະຫງົບປອດໄພຂື້ນເປັນກ້າວໆ.

About admin11