ເມືອງບໍລິຄັນ ຈັດຝືກອົບຮົມສ້າງຄວາມເຂັ້ມແຂງໃຫ້ອໍານາດການປົກຄອງ

ການຈັດຝືກອົບຮົມສ້າງຄວາມເຂັ້ມແຂງໃຫ້ອໍານາດການປົກຄອງບ້ານ ກຸ່ມບ້ານພັດທະນາ-ນາກຸນ ໄດ້ຈັດຂື້ນໃນວັນທີ່ 1 ກໍລະກົດ 2021 ຢູ່ສະໂມສອນກຸ່ມບ້ານນາກຸນ, ເມືອງບໍລິຄັນ ແຂວງບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງບໍລິຄັນ.

ຈຸດປະສົງໃນການຈັດຝືກອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ອົງການຈັດຕັ້ງຂອງບ້ານມີຄວາມເຂັ້ມແຂງຖືກຕ້ອງສອດຄ່ອງກັບແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ສ້າງບ້ານໃຫ່ຍມີສີສັນຕົວເມືອງນ້ອຍໃນຊົນນະບົດ, ສ້າງບ້ານໃຫ້ໜັກແໜ້ນເຂັ້ມແຂງ, ເປັນເຈົ້າການນໍາພາຢ່າງມີແຜນການ-ແຜນງານ, ມີລະບົບປະຈໍາການ, ມີອົງການຈັດຕັ້ງຂອງບ້ານຄົບຊຸດ,

ເອົາໃຈໃສ່ຊ່ວຍເຫຼືອຄອບຄົວທຸກຍາກເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນດີຂື້ນເປັນກ້າວໆ.

ເອກະສານທີນໍາມາຝືກອົບຮົມໃນຄັ້ງນີ້ ມີຢູ່ 6 ບົດ ຄື : ເອກະສານສິດ ແລະ ໜ້າທີ່ຂອງອົງການຈັດຕັ້ງຮາກຖານພັກ, ອົງການຈັດຕັ້ງແມ່ຍີງ, ຊາວໝຸ່ມ, ແນວລາວສ້າງຊາດ, ປກສ ກອງຫຼອນ ແລະ ສະຫະພັນນັກຮົບເກົ່າຂັ້ນບ້ານ, ກົດໝາຍປົກຄອງທ້ອງຖີ່ນ ສະບັບເລກທີ່ 68/ສພຊ ລົງວັນທີ່ 14 ທັນວາ 2016 ພາກທີ່ 7 ບ້ານ ແລະ ອົງການປົກຄອງບ້ານ, ເອກະສານກ່ຽວກັບການແບ່ງຄວາມຮັບຜິດຊອບຂອງອົງການປົກຄອງບ້ານ ເອກສານວ່າດ້ວຍມາດຕະຖານການສ້າງບ້ານໜັກແໜ້ນເຂັ້ມແຂງ, ເອກກະສານທາງລັດຖະການ, ເອກະສານວ່າດ້ວຍການກໍານົດແບບພີມ, ຄ່າທໍານຽມ ແລະ ຄ່າບໍລິການກ່ຽວກັບການຄຸ້ມຄອງພົນລະເມືອງ.

ໂອກາດດັ່ງກ່າວ ທ່ານ ຮອງເຈົ້າເມືອງ ຍັງຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ ຈົ່ງພ້ອມກັນເອົາໃຈໃສ່ໃນຄວາມຮັບຜິດຊອບຢ່າງເຕັມສ່ວນ ເຖີງວ່າເປັນເວລາໄລຍະສັ້ນ ແຕ່ມີເນື້ອໃນຄົບຖ້ວນ ເພື່ອນໍາເອົາບົດຮຽນໄປພັດທະນາທ້ອງຖີ່ນບ້ານຕາມຄວາມຮັບຜິດຊອບຂອງຕົນໃນການພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂື້ນເປັນກ້າວໆ.

About admin11