ເມືອງບໍລິຄັນ ຈັດງານແຂ່ງຂັນກິລານັກຮຽນຕ້ານຢາເສບຕິດ, ສິນລະປະ ແລະ ສອບເສັງນັກຮຽນເກັ່ງ

ງານແຂ່ງຂັນກິລານັກຮຽນຕ້ານຢາເສບຕິດ ສີນລະປະວັນນະຄະດີ ແລະ ສອບເສງນັກຮຽນເກັ່ງ ທົ່ວເມືອງບໍລິຄັນໄດ້ຈັດຂຶ້ນ ໃນວັນທີ່ 1 ກຸມພາ 2023 ຢູ່ໂຮງຮຽນມັດທະຍົມສົມບູນບໍລິຄັນ, ເປັນປະທານໂດຍ ທ່ານ ໄມທອງ ແກ້ວວຽງຄໍາ ຮອງເຈົ້າເມືອງບໍລິຄັນ, ມີຄະນະຮັບຜິດຊອບ, ບັນດາຫ້ອງການອ້ອມຂ້າງເມືອງ, ພະນັກງານຄູ-ອາຈານ ຕະຫຼອດຮອດນັກກິລາ ຈາກໂຮງຮຽນແຫ່ງຕ່າງໆທົ່ວເມືອງ ເຂົ້າຮ່ວມ.

ໃນພິທີ ທ່ານ ສຸວັນນີ ໃສນະຈັນ ຫົວໜ້າຫ້ອງການສືກສາທິການ – ກິລາເມືອງ ໄດ້ຂື້ນຜ່ານບົດລາຍງານສະພາບການຈັດຕັ້ງປະຕິບັດ ໃນການຫ້າງຫາກະກຽມການ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ການແຂ່ງຂັນໃນຄັ້ງນີ້ ກໍານົດເອົາ 3 ປະເພດ ຄື: ກິລາບານສົ່ງຍີງ, ກິລາເປຕັ່ງຊາຍ-ຍີງ, ກິລາບານເຕະຊາຍ, ສິລະປະວັນະຄະດີ 9 ລາຍການ, ການສອບເສັງນັກຮຽນເກັ່ງຊັ້ນປະຖົມ ມີ 21 ນ້ອງ, ຊັ້ນມັດທະຍົມຕອນຕົ້ນ 36 ນ້ອງ, ຊັ້ນມັດທະຍົມຕອນປາຍມີ 20 ນ້ອງ.

ຜານການແຂ່ງຂັນໃນໄລຍະ 1 ວັນເຕັມ, ກິລາບານເຕະ ອັນດັບທີ່ 1 ຕົກເປັນຂອງໂຮງຮຽນ ມ.ສ ສົມມຸຸງຄູນ, ທີ 2 ມ.ສ ຜັກເບືອກ ແລະ ທີ 3 ມ.ສ ບໍລິຄັນ, ກິລາບານສົ່ງຍິງ ທີ 1 ມ.ສ ນາກຸຸນ, ທີ 2 ມ.ສ ບໍລິຄັນ ແລະ ທີ 3 ມ.ສ ສົມມຸຸງຄູນ, ກິລາເປຕັ່ງ ຍິງ ທີ 1 ມ.ສ ບໍລິຄັນ, ທີ 2 ມ.ສ ສົມມຸງຄູນ ແລະ ທີ 3 ມ.ສ ຜາເມືອງ, ກິລາເປຕັ່ງຊາຍ ທີ 1 ມ.ສ ນາກຸນ, ທີ 2 ມ.ສ ບໍລິຄັນ ແລະ ທີ 3 ມ.ສ ສົມມຸງຄຸນ ແລະ ສີລະປະວັນນະຄະດີ ອັນດັບທີ 1 ມ.ສ ຜາເມືອງ, ທີ 2 ມ.ສ ບໍລິຄັນ ແລະ ທີ 3 ມ.ສ ສົມມຸງຄຸນ.

ການສອບເສັງນັກຮຽນເກັ່ງ ອັນດັບທີ່ 1 ຊັ້ນ ມ.ປາຍ ວິຊາພາສາລາວ-ວັນນະຄະດີ ນາງ ດາວິດ ທິດທອງເຈີ ມ.ສ ບໍລິຄັນ, ວິຊາຄະນິດສາດ ນາງ ສົງການ ພິມທະວີ ມ.ສ ສົມມຸງຄຸນ, ວິຊາ ເຄມີສາດ ທ້າວ ຢ່າຕໍຢ່າງ ມ.ສ ຜາເມືອງ, ວິຊາພິຊີກສາດ ທ້າວ ອອງຢ່າງ ມ.ສ ຜັກເບືອກ.

ອັນດັບທີ 1 ຊັ້ນ ມ.ຕົ້ນ ວິຊາພາສາລາວ-ວັນນະຄະດີ ນາງ ພຸດທະສອນ ຫຼງສຸວັນນະວົງ ມ.ຕ ໂຂມຂາມ, ວິຊາຄະນິດສາດ ທ້າວ ຕົງທໍ່ ມ.ຕ ພູໂຮມໄຊ, ວິຊາ ເຄມີສາດ ທ້າວ ດາເນຍດາຊົ່ງ ມ.ຕ ນາລ້ອງ, ວິຊາພິຊີກສາດ ທ້າວ ພອນສະຫັວນ ມ.ຕ ພູໂຮມໄຊ.

ອັນດັບທີ 1 ຊັ້ນ ປໍ 5 ວິຊາພາສາລາວ ນາງ ພູທອງ ແກ້ວຽງໄຊ ໂຮງຮຽນວິສິດທະພົງ, ວິຊາຄະນິດສາດ ນາງ ເພັດມະນີ ນວນພະສີດ ປະຖົມສີມຸງຄຸນ, ວິຊາ ໂລກອ້ອມຕົວ ນາງ ຂັວນຕາ ອ່ອນກາວົງ ປະຖົມສີມຸຸງຄູນ.

About admins14