ເມືອງບໍລິຄັນລະນຶກວັນຊາດທີ 2 ທັນວາ ຄອບຮອບ 45 ປີ


ໃນວັນທີ່ 30 ພະຈິກ 2020 ຢູ່ສະໂມສອນໃຫຍ່ຂອງເມືອງບໍລິຄັນ ໄດ້ຈັດພິທີລະນືກຫວນຄືນມູນເຊື້ອ 3 ວັນປະວັດສາດຂອງຊາດ-ຂອງພັກ ຄື: ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2.12.1975 – 2.12.2020 ), ວັນຄ້າຍວັນເກີດຂອງ ທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 20 ປີ ພາຍໄຕ້ການເປັນປະທານປາຖະກະຖາຂອງທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ.

     ທ່ານ ເຈົ້າເມືອງ ໄດ້ຫວນຄືນເຖິງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ ຕ້ານການຮຸກຮານ ແລະ ຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ, ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍວັນທີ 2 ທັນວາ ປີ 1975.

          2 ທັນວາ ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີຂອງຊາດລາວເຮົາ ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ແມ່ນວັນທີ່ປະຊາຊົນລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ, ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ ແມ່ນວັນແຫ່ງການກ້າວເຂົ້າສູ່ຍຸກສະໄໝໃໝ່ການສ້າງຕັ້ງປະເທດລາວສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ.

About admin11