ເມືອງທ່າພະບາດ ແຂ່ງຂັນເປຕັງ ຊິງຂັນເຈົ້າເມືອງ ສ້າງຂະບວນການຕ້ອນຮັບວັນຊາດ ຄົບຮອບ 45 ປີ

ໃນວັນທີ 30 ພະຈິກ 2020 ຜ່ານມານີ້ ເມືອງ ທ່າພະບາດ ໄດ້ສ້າງຂະບວນການອອກແຮງງານອະນາໄມລວມ ແລະ ແຂ່ງຂັນກິລາເປຕັງ ຊິງຂັນເຈົ້າເມືອງ ເພື່ອຂ່ຳນັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ.

ໃນການສ້າງຂະບວນອອກແຮງງານຄັ້ງນີ້ ມີບັນດາພະນັກງານ, ທະຫານ, ຕຳຫຼວດ ອ້ອມຂ້າງເມືອງ ໄດ້ອະນາໄມເກັບຂີ້ເຫຍື້ອ, ກະໂປະ, ກະປ໋ອງ, ຖາງປ່າ, ຕັດຫຍ້າ ເລາະລຽບຕາມເດີ່ນບານ ແລະ ແຄມທາງເລກ 13 ໃຕ້ ໃນບໍລິເວນຂອບເຂດສຳນັກງານປົກຄອງເມືອງ.

ໃນໂອກາດດັ່ງກ່າວນັ້ນ ກໍ່ໄດ້ຈັດງານແຂ່ງຂັນກິລາເປຕັງຂື້ນ ເພື່ຶອຊິງຂັນເຈົ້າເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳປຸ່ນ ສີຫາລາດ ຮອງເຈົ້າເມືອງທ່າພະບາດ, ມີບັນດາການນຳຂອງເມືອງ ແລະ ນັກກິລາທີ່ມາຈາກສຳນັກງານຫ້ອງການ, ກອງບັນຊາການ, ກຳລັງປະກອບອາວຸດ, ນັກທຸລະກິດ, ຫ້າງຮ້ານ, ໂຮງຮຽນ, ບ້ານ ແລະ ພາກສ່ວນຕ່າງໆ ໃນທົ່ວເມືອງເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

ການແຂ່ງຂັນ ໄດ້ແບ່ງອອກເປັນ 3 ປະເພດ ຄື:ປະເພດທີມຍິງທົ່ວໄປ, ທີມຊາຍທົ່ວໄປ ແລະ ປະເພດທີມການນຳ, ຜົນການແຂ່ງຂັນ ທີມຊະນະແຕ່ລະປະເພດ ຄື: ປະເພດທີມຍິງທົ່ວໄປ ອັນດັບ 1 ທີມ ໂຮງຮຽນ 303, ອັນດັບ 2 ທີມ ຫ້ອງການ ການເງິນ, ອັນດັບ 3 ທີມ ຫ້ອງການ ສຶກສາ, ອັນ ດັບ 4 ທີມ ຫ້ອງການ ສາທາ.

ປະເພດ ທີມຊາຍ ທົ່ວໄປ ອັນດັບ 1 ທີມໂຮງຮຽນ 303, ອັນດັບ 2 ທີມ ປກສ ກຸ່ມປາກທວາຍ, ອັນດັບ 3 ທີມ ໂຮງຮຽນ 712, ອັນດັບ 4 ທີມ ບ້ານຜາໂປງ.

ປະເພດທີມການນຳຂັ້ນເມືອງ ອັນດັບ 1 ຫ້ອງການກະສິກຳ, ອັນດັບ 2 ທີມ ບ້ານປ່າໄລ່, ອັນດັບ 3 ທີມ ຫ້ອງວ່າການ ແລະ ອັນດັບ 4 ທີມ ຫ້ອງການແຜນການ-ການລົງທືນ.

About admin11