ເມືອງທ່າພະບາດ ເປີດການນຳໃຊ້ນ້ຳຊົນລະປະທານ ເພື່ອການຜະລິດລະດູແລ້ງປະຈຳປີ 2020

            ໃນໂອກາດ ການຈັດຕັ້ງສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາກັນພະຍາດສັດແຫ່ງຊາດ ວັນທີ 11 ພະຈິກ, ເມືອງທ່າພະບາດ ໄດ້ຈັດພິທີ ເປີດການນຳໃຊ້ຊົນລະປະທານ ເພື່ອເອົານ້ຳເຂົ້າສູ່ການຜະລິດລະດູແລ້ງຂື້ນ ຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 3 ພະຈິກ 2020 ຢູ່ທີ່ ບ້ານຜາໂປງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງທ່າພະບາດ, ທ່ານ ສົມຫວັງ ແກ້ວວົງວິຈິດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີແຂກຖືກເຊີນຈາກຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

             ໃນທົ່ວເມືອງທ່າພະບາດມີຊົນລະປະທານທັງໝົດ 15 ແຫ່ງ, ໃນນັ້ນ ມີລະບົບຈັກສູບນໍ້າແລ່ນດ້ວຍໄຟຟ້າ 13 ແຫ່ງ ແລະ ອ່າງເກັບນໍ້າ 2 ແຫ່ງ, ເຊິ່ງໄດ້ຮັບງົບປະມານສ້ອມແປງລະບົບຈັກສູບນໍ້າ ແລະ ລະບົບຄອງເໝືອງໃນປີ 2020 ຈຳນວນ 1.125.072.000 ກີບ, ການຜະລິດລະດູແລ້ງ ປະຈຳປີ 2020 ໄດ້ຂື້ນແຜນສະໜອງນໍ້າຊົນລະປະທານ ໃຫ້ໄດ້ 974 ຮຕ ໃນນີ້ໄດ້ນຳໃຊ້ປູກເຂົ້າ 774 ຮຕ, ປູກພືດ 200 ຮຕ, ຊຶ່ງສາມາດປະຕິບັດຕົວຈິງໄດ້ໃນຂອບເຂດຊົນລະປະທານທັງໝົດ 1.182 ຮຕ, ປູກເຂົ້າ 982 ຮຕ ແລະ ປູກພືດ 200 ຮຕ ຖ້າທຽບໃສ່ແຜນການແມ່ນລື່ນແຜນ 0,82%.

             ໂອກາດດັ່ງກ່າວ ທາງພະແນກກະສິກຳ ແລະ ປ່າໄມ້ແຂວງ, ຍັງໄດ້ມອບແນວພັນພືດຫຼາຍຊະນິດ ແລະ ແນວພັນເຂົ້າ ຈຳນວນ 600 ກິໂລກຼາມ ໃຫ້ທາງເມືອງ ເພື່ອນຳເອົາໄປແຈກຢາຍໃຫ້ກັບກຸ່ມຜະລິດລະດູແລ້ງພາຍໃນເມືອງ ແລະ ເປີດການສັກຢາກັນພະຍາດສັດ ທົ່ວເມືອງຂອງຕົນປະຈຳປີຂື້ນຢ່າງເປັນທາງການ.

About admin11