ເມືອງທ່າພະບາດ ເປິດຂະບວນການສັກຢາວັກຊີນກັນພະຍາດໂຄວິດ-19

ໃນຕອນເຊົ້າຂອງວັນທີ 19 ພຶດສະພາ 2021 ຢູ່ທີ່ ໂຮງໝໍຊຸມຊົນເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ເປີດຂະບວນການສັກຢາວັກຊີນກັນພະຍາດໂຄວິດ-19 ໃຫ້ກຸ່ມເປົ້າໜາຍທີ່ມີຄວາມສ່ຽງພາຍໃນເມືອງ ເປັນຮອບທີ່ 3 ,ເຂັ້ມທີ່ 1 ຂອງການສັກວັກຊິນທີ່ເມືອງທ່າພະບາດ ໃນການສັກວັກຊີນໂຄວິດ-19ໃນຄັ້ງນີ້ໂດຍແມ່ນຈະໄດ້ ປະຕິບັດຢູ່ 2 ວັນໃນລະຫວ່າງ 19- 20 ພຶດສະພາ ແລະ ປະຕິບັດຕາມແຜນວຽກງານອັນລະອຽດທີ່ກະຊວງສາທາລະນະສຸກວາງອອກເພື່ອຕ້ານ, ຫຼຸດຜ່ອນການເຈັບເປັນ ແລະ ການເສຍຊີວິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທັງເປັນການຫຼຸດຜ່ອນສະພາວະກົດດັນທາງສັງຄົມ ແລະ ເສດຖະກິດ, ຮັບປະກັນສຶບຕໍ່ການໃຫ້ການບໍລິການທີ່ຈຳເປັນຂອງລະບົບສາທາລະນະສຸກເຄື່ອນໄຫວປົກກະຕິ ແລະ ສຳລັບການສັກວັກຊີນກັນພະຍາດໂຄວິດ-19 ໃນຄັ້ງນີ້ ແມ່ນຈະໄດ້ສັກຕາມການເຫັນດີ ແລະ ສະໝັກໃຈ ຂອງບຸກຄົນ ໃນກຸ່ມບຸກຄົນເປົ້າໜາຍ ໃນເກນອາຍຸ 18 ປີ – 60 ປີ ທົ່ວເມືອງທ່າບາດ ແລະ ຄາດໜາຍໃນການສັກວັກຊີນໃນຄັ້ງນີ້ໃຫ້ໄດ້ 1.000 ຄົນ.

About admins16