ເມືອງທ່າພະບາດ ສ້າງຂະບວນການ ແຂ່ງຂັນກິລາຕີດອກປີກໄກ່

ເມືອງທ່າພະບາດ ສ້າງຂະບວນການ ແຂ່ງຂັນກິລາຕີດອກປີກໄກ່ ເພື່ອຊົມເຊີຍ ວັນສ້າງຕັ້ງແນວລາວສ້າງຊາດ 13 ສິງຫາ 1950 ຫາ 13 ສິງຫາ 2022 ຄົບຮອບ 72 ປີ ແລະ ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ 15 ສິງຫາ 1991 ຫາ 15 ສິງຫາ 2022 ຄົບຮອບ 31 ປີ, ພ້ອມທັງເປັນສ້າງສຸຂະພາບ ແລະ ຄວາມສາມັກຄີເຊິ່ງກັນ ແລະ ກັນ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 23 ສິງຫາ 2022 ຢູ່ເດີນສະໂມສອນດອກປີກໄກ່ ເມືອງທ່າພະບາດ ມີທີມການນໍາທີ່ມາຈາກແຂວງບໍລິຄໍາໄຊ ແລະ ທີມການນໍາຂອງເມືອງທ່າພະບາດ ພ້ອມດ້ວຍ ນັກທຸລະກິດ ເຂົ້າຮ່ວມແຂ່ງຂັນ.

ການແຂ່ງຂັນໄດ້ຈັດເປັນ 2 ສາຍ ຄື: ທີມສາຍ(ກ) ແລະ ທີມສາຍ(ຂ) ໃນນັ້ນ ທີມ ສາຍ (ກ) ມີ 12 ທີມ, ທີມ ສາຍ (ຂ) ມີ 6 ທີມ, ຜົນການແຂ່ງຂັນທີມຊະນະເລີດອັນດັບທີ 1 ສາຍ (ກ) ແມ່ນ ທີມ ທ່ານ ກົງທອງ ພິມສະຫວັນ+ ທ່ານ ຕຸ້ຍ ໄດ້ຮັບຂັນ1 ໜ່ວຍ ພ້ອມເງິນສົດ 3.000.000 ກີບ, ອັນດັບທີ 2 ທີມ ທ່ານ ວັດທະນາ ແກ້ວມະນີວົງ+ ທ່ານ ຈຸດ ໄຊສົງຄາມ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2.000.0000 ກີບ, ທີມອັນດັບທີ 3 ທີມ ທ່ານ ກຸງສີ ພົມມະຈິດ+ທ່ານ ຈັນທະພອນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1.000.000 ກີບ. ທີມສາຍ(ຂ) ທີມຊະນະເລີດ ອັນດັບທີ 1 ແມ່ນ ທີມ ທ່ານ ສະຫັວນເພັດ ຈັນທະວົງສາ+ທ້າວ ເຕ່ ແສງອາພອນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 3.000.000 ກີບ, ອັນດັບທີ 2 ທີມທ່ານ ຄໍາເບົ້າ ໄພມະນີວົງ+ທ່ານ ສົມບັດ ຈັນທະລັດ ໄດ້ຮັບຂັນ1ໜ່ວຍ ພ້ອມເງິນສົດ 2.000.000 ກີບ ອັນດັບທີ 3 ທີມ ທ່ານ ວິໄຊ ແຫວນພາວົງ+ສີທາ ພະຄຸນທອງ ໄດ້ຮັບຂັນ1ໜ່ວຍ ພ້ອມເງິນສົດ 1.000.000 ກີບ. ໃນພິທີ ທີມຊະນະເລີດເປັນກຽດມອບໂດຍທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງ ບໍລິຄໍາໄຊ.

About admins14