ເມືອງທ່າພະບາດ ຍົກລະດັບການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືວິຊາຄະນິດສາດ ຊັ້ນປະຖົມສຶກສາ ປີທີ 5

ໃນລະຫວ່າງວັນທີ 24-25 ມັງກອນ 2023 ຢູ່ຫ້ອງປະຊຸມຂອງຫ້ອງການສຶກສາທິການ ແລະ ກິລາເມືອງທ່າພະບາດ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມຍົກລະດັບຄວາມຮູ້ ຄູສອນ ປ.5 ກ່ຽວກັບການນໍາໃຊ້ປຶ້ມແບບຮຽນ ແລະ ຄູ່ມືວິຊາຄະນິດສາດຊັ້ນປະຖົມສຶກສາປີທີ 5. ໂດຍການເປັນປະທານ ຂອງທ່ານ ສີທາ ແກ້ວດາລາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ໂສພາ ບານທະວົງ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ, ຂະແໜງພັດທະນາຄູແຂວງ, ຄູຝຶກຈາກວິທະຍາໄລສ້າງຄູດົງຄໍາຊ້າງ, ຄູຝຶກຂັ້ນແຂວງ, ຄູສອນວິຊາຄະນິດສາດຊັ້ນປະຖົມປີທີ 5 ທົ່ວເມືອງ ແລະ ຄະນະຮັບຜິດຊອບກອງປະຊຸມ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ຄູສອນວິຊາຄະນິດສາດ ຊັ້ນປະຖົມປີທີ 5 ທົ່ວເມືອງຈະໄດ້ແລກປ່ຽນປະສົບການທາງດ້ານການຮຽນ-ການສອນວິຊາຄະນິດສາດທັງ 3 ພາກ ຄື: ພາກຄໍານວນ ແລະ ການຄໍານວນ, ພາກປະລິມານ ແລະ ການວັດແທກ ແລະ ພາກພົວພັນທາງຄະນິດສາດ ຕາມໂຄງການຫຼັກສູດການຮຽນ-ການສອນແບບໃໝ່.

ໃນກອງປະຊຸມຄັ້ງນີ້ ທ່ານ ສີທາ ແກ້ວດາລາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄດ້ກ່າວສະແດງຄວາມຍ້ອງຍໍ – ຊົມເຊີຍ ມາຍັງຄະນະຄະຮັບຜິດຊອບກອງປະຊຸມ ຕະຫຼອດຮອດຫ້ອງການສຶກສາທິການ ແລະ ກິລາເມືອງທີ່ໄດ້ກະກຽມຄວາມພ້ອມເອົາໃຈໃສ່ໃກ້ຊິດຕິດແທດໃນການຈັດຕັ້ງປະຕິບັດວຽກງານຂອງຕົນສໍາເລັດຜົນຕະລອດໄລຍະຜ່ານມາ.

ການຝຶກອົບຮົມຄັ້ງນີ້ ແມ່ນເງື່ອນໄຂໜຶ່ງໃນການບັນລຸການຈັດຕັ້ງປະຕິບັດ 15 ຄາດໝາຍສູ້ຊົນຂອງກະຊວງ ແລະ 8 ຄາດໝາຍຂອງແຂວງ ຄື: ປັບປຸງລະບົບການສຶກສາໃຫ້ມີຄຸນນະພາບ ໂດຍເອົານັກຮຽນເປັນໃຈກາງ ທ່ານຍັງເນັ້ນໃຫ້ຜູ້ແທນກອງປະຊຸມໃຫ້ເອົາໃຈໃສ່ສຶກສາຄົ້ນຄ້ວາຮໍ່າຮຽນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ຂັ້ນເທິງມອບໝາຍໃຫ້ສໍາເລັດຕາມແຜນທີ່ວາງໄວ້.

ໃນໂອກາດກອງປະຊຸມນີ້ ທ່ານປະທານພ້ອມດ້ວຍຄະນະຍັງໄດ້ລົງຊຸກຍູ້, ຕິດຕາມການຮຽນ-ການສອນ ໂຮງຮຽນປະຖົມອ້ອມຂ້າງເມືອງ ເປັນຕົ້ນແມ່ນ ໂຮງຮຽນປະຖົມບ້ານຫ້ວຍເລິກ, ປະຖົມບ້ານນາແຄນ, ປະຖົມບ້ານເຫຼົ່າຄາ ແລະ ປະຖົມບ້ານຫ້ວຍສາຍພາຍ.

About admins16