ເມືອງຄໍາເກີດ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ

 ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2022 ນີ້ ທີ່ສະໂມສອນ ໂຮງຮຽນ ມສ ນະຄອນໄຊ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄໍາເກີດ ມີຫົວໜ້າຫ້ອງການອ້ອມຂ້າງ ພະນັກງານຄູ-ອາຈານ ຜູ້ປົກຄອງນັກຮຽນ ພ້ອມດ້ວຍນ້ອງນ້ອຍນັກຮຽນເຂົ້າຮ່ວມ.

ໃນພິທີ ທ່ານ ຜາສຸກ ຈູມມາລາວົງ ໄດ້ເລົ່າປະຫວັດຄວາມເປັນມາຂອງການສະເຫຼີມສະຫຼອງວັນເດັກທ່ານໃຫ້ຮູ້ວ່າ: ວັນທີ່ 1 ມິຖຸນາ ເລີ່ມໃນ ປີ 1924 ເມື່ອກອງປະຊຸມສະມັດຊາໃຫ່ຍຂອງສັນນິບາດນານາຊາດ, ໃນວັນທີ່ 16 ກັນຍາ 1924 ໄດ້ຮັບຮອງເອົາຖະແຫຼງການເຊີແນວ ກ່ຽວກັບສິດທິຂອງເດັກ ເປັນຄັ້ງທໍາອິດ ເຊິ່ງໄດ້ປະກາດວ່າເດັກມີຄວາມຕ້ອງ ການໃນການປົກປ້ອງ ແລະ ດູແລເບີ່ງແຍງເປັນພິເສດ ລວມທັງການປົກປ້ອງທີ່ເຫມາະສົມທາງດ້ານກົດຫມາຍ ກ່ອນເກີດ ແລະ ຫຼັງເກີດ ຍ້ອນວ່າເດັກບໍ່ທັນມີວຸດທິພາວະທີ່ສົມບູນຄົບຖວ້ນທາງດ້ານຮ່າງກາຍ ແລະ ຈິດໃຈ, ໃນປີຕໍ່ມາ ກອງປະຊຸມໂລກຄັ້ງທໍາອິດເພື່ອຄວາມເປັນທີ່ດີຂອງເດັກ ໄດ້ຖືກຈັດຂື້ນຢູ່ທີ່ເຊີແນວ ປະເທດສະວິດເຊີແລນ ໃນວັນທີ່ 1 ມິຖຸນາ 1925 ແລະ ກໍ່ໄດ້ປະກາດເອົາວັນດັ່ງກ່າວມາເປັນວັນເດັກສາກົນ.

ວັນເດັກສາກົນ 1 ມີຖຸນາ ຍັງແມ່ນວັນທີ່ພວກເຮົາຕ້ອງໄດ້ຄໍານືງເຖີງກຸ່ມເດັກທີ່ດ້ອຍໂອກາດເຊັ່ນ: ເດັກພິການ, ເດັກກໍາພ້າ, ກໍາພອຍ, ເດັກທີ່ຖືກປະຖີ້ມ, ເດັກຂ້າງຖະຫນົນ, ເດັກທີ່ຢູ່ໃນກຸ່ມສ່ຽງ, ເດັກຢູ່ເຂດທຸກຍາກ ແລະ ເຂດຫ່າງໄກສອກຫຼີກ ໃຫ້ໄດ້ຮັບຜົນປະໂຫຍດ ແລະ ການມີສ່ວນຮ່ວມຢ່າງເຕັມສ່ວນໃນທຸກກິດຈະກໍາການເຄືອນໄຫວປົກກະຕິຂອງເດັກໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນການພັດທະນາ ແລະ ການຂະຫຍາຍຕົວ ຢ່າງແຂງແຮງຕາມເສດ ຖະກິດຂອງຊາດ ແລະ ໄປທົ່ວເຖີງເດັກທຸກຄົນໃນສັງຄົມ.

 ຈາກນັ້ນປະທານ ແລະ ຜູ້ເຂົ້າຮ່ວມພ້ອມດ້ວຍນ້ອງນ້ອຍເຍົາວະຊົນ-ອານຸຊົນກໍ່ໄດ້ຮ່ວມກັນປູກຕົ້ນໄມ້ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ໄປພ້ອມໆກັນ ພາຍໃນງານຍັງໄດ້ຮັບຊົມສິລະປະ-ວັນນະຄະດີຂອງນ້ອງນ້ອຍນັກຮຽນທັງພາກລັດ ແລະ ເອກະຊົນ ພ້ອມທັງແຈກຢາຍເຂົ້າໜົມໃຫ້ເດັກ ນ້ອຍທີ່ມາຮ່ວມງານ.

About admin11