ເມືອງຄຳເກີດ ຫວນຄືນມູນເຊື້ອ 3 ວັນປະຫວັດສາດ

 

ເພື່ອເປັນການຫວນຄືນມູນເຊື້ອປະຫວັດຄວາມເປັນມາ ວັນສຳຄັນຕ່າງໆໃນປະຫວັດສາດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນຢູ່ແຕ່ລະຫ້ອງການ ແລະ ຮາກຖານໄດ້ຮັບຮູ້ ແລະ ເຂົ້າໃຈ. ເຊິ່ງພິທີປາຖະກະຖາ 3 ວັນປະຫວັດສາດຂອງຊາດລາວ ໄດ້ຈັດຂຶ້ນໃນ ວັນທີ 4 ມີນາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ ໂດຍໃຫ້ກຽດປາຖະກະຖາຂອງ ທ່ານ ເພັດສະໃໝ ໄຊຍະທິຈັກ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຄຳເກີດ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວຫນ້າຫ້ອງການ-ຄະນະຫ້ອງການ, ພະນັກງານວິຊາການ, ເຂົ້າຮ່ວມ.

ທ່ານ ເພັດສະໃໝ ໄຊຍະທິຈັກ ໄດ້ຍົກໃຫ້ເຫັນວ່າ: ວັນແມ່ຍີງສາກົນ ຄົບຮອບ 111 ປີ (8 ມີນາ 1910- 8 ມີນາ 2021) ແມ່ນໄດ້ເກີດຂຶ້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດິນາ ແລະ ນາຍທືນຂະຫຍາຍຕົວ ໂຮງງານອຸດສາຫະກຳຂອງພວກນາຍທືນກໍ່ໄດ້ມີການຂະຫຍາຍຕົວ  ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທືນຢ່າງມະຫາສານ ແຕ່ກົງກັນຂ້າມຊໍ້າພັດສ້າງເພີ່ມຄວາມຫຍຸ້ງຍາກລຳບາກໃຫ້ແກ່ພວກກຳມະກອນຜູ້ອອກແຮງງານໂດຍສະເພາະແມ່ນກຳມະກອນເພດຍີງ ພາຍໃຕ້ສັກດິນນານາຍທືນ ແມ່ຍີງໄດ້ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າແຮງງານຕໍ່າ, ເຮັດວຽກບໍ່ມີປະກັນສຸຂະພາບ ແລະ ບໍ່ມີລະບົບສະຫວັດດີການທີ່ດີ ຈາກສະພາບການທີ່ມີຄວາມຫຍຸ້ງຍາກ ແລະ ຖືກກົດຂີ່ຂູດຮີດແນວນັ້ນ ໃນວັນທີ 8 ມີນາ ປີ 1908 ພະນັກງານຍີງຫຼາຍກ່ວາ 15.000 ຄົນ ໄດ້ເດີນຂະບວນໄປທົ່ວນະຄອນນິວຢອກ ເພື່ອຮຽກຮ້ອງໃຫ້ຫຼຸດຜ່ອນຊົ່ວໂມງເຮັດວຽກ, ສີ້ນສຸດການເຮັດວຽກຂອງເດັກ, ດ້ວຍຄຳຂັວນໂຄສະນາ ເຂົ້າຈີ່ ແລະ ດອກກຸຫຼາບ ເຊິ່ງໝາຍເຖິງການໄດ້ຮັບອາຫານທີ່ພຽງພໍ ແລະ ຄຸນນະພາບ ຊີວິດທີ່ດີຂຶ້ນ ຈົນມາຮອດປີ 8 ມີນາ ປີ 1910 ຂະບວນການຕໍ່ສູ້ຂອງແມ່ຍີງໄດ້ແຜ່ຂະຫຍາຍອອກໄປສູ່ປະເທດນາຍທືນ ຢູ່ທະວີເອີລົບ ແລະ ມີຜູ້ຕາງໜ້າຈາກ 17 ປະເທດໄດ້ເຂົ້າຮ່ວມກອງປະຊຸມ ເຊິ່ງໃນກອງປະຊຸມໄດ້ປະກາດໃຫ້ແມ່ຍິງເຮັດວຽກ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງໃຫ້ເວລາໃນການສຶກສາກໍ່ຄືການພັດທະນາຄວາມສາມາດຂອງຕົນ ແລະ ອີກ 8 ຊົ່ວໂມງ ສຳລັບການພັກຜ່ອນ. ໃນກອງປະຊຸມໄດ້ເຫັນດີເປັນເອກະພາບ ກຳນົດເອົາວັນທີ 8 ມີນາຂອງທຸກໆປີ ເປັນວັນແມ່ຍີງສາກົນ. ພ້ອມດຽວກັນນັ້ນ ຍັງໄດ້ຮັບຟັງການຫວນຄືນມູນເຊື້ອວັນສ້າງຕັ້ງແຂວງບໍລິຄຳໄຊຄົບຮອບ 37 ປີ (6 ມີນາ 1984-6 ມີນາ 2021). ຕອນທ້າຍພິທີ ຍັງໄດ້ມອບໃບຢັ້ງ ຢືນແມ່ຍີງ 3 ດີ ໃຫ້ແກ່ບັນດາຮາກຖານແມ່ຍີງ ໃຫ້ກຽດມອບໂດຍ ທ່ານ ເພັດສະໃໝ ໄຊຍະທິຈັກ

About admin11