ເມືອງຄຳເກີດ ຝືກອົບຮົມ ຍົກຂີດຄວາມສາມາດການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ໃນຕອນເຊົ້າວັນທີ 12 ສິງຫາ 2021 ຢູ່ທີ່ຫ້ອງປະຊຸມ ໂຮງຮຽນ ມສ ນະຄອນໄຊ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີ ເປີດຝຶກອົບຮົມການບໍລິການໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ໃຫ້ແກ່ບັນດາຜູ້ປະກອບການດ້ານທຸລະກິດ, ໃຫ້ກຽດເປັນປະທານໂດຍ ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ.

ທ່ານ ອຸດອນ ສອນສຸລິນ ໃຫ້ຮູ້ວ່າ ການພັດທະນາດ້ານທຸລະກິດບໍລິການ ແລະ ຊັບພະຍາກອນມະນຸດ, ສ້າງຂະແໜງການບໍລິການ ໃຫ້ກາຍເປັນຂະແໜງເສດຖະກິດຂະແໜງໜື່ງ ທີ່ສ້າງໃຫ້ຄົນ ມີວຽກເຮັດງານທຳ ແລະ ນຳລາຍຮັບເຂົ້າພາກລັດ, ລວມໜູ່ ແລະ ບຸກຄົນ ໂດຍທາງກົງ ແລະ ທາງອ້ອມ ເຊີ່ງພວກເຮົາຈະເຫັນໄດ້ ຈາກການຈັດງານ, ການໂຄສະນາສົ່ງເສີມກິດຈະກຳ ຜ່ານທາງວິທະຍຸ, ໂທລະພາບ, ໜັງສືພີມ, ວາລະສານຕ່າງໆ ແລະ ອື່ນໆ, ຢາກໃຫ້ເຂົາເຈົ້າ ເຮັດໄດ້ຄືແນວນັ້ນ ບຸກຄະລາກອນ ຫລື ຜູ້ປະກອບການ ຕ້ອງມີຄວາມຮູ້, ຄວາມສາມາດ ຜ່ານການຮໍ່າຮຽນມາ ຫຼື ໄດ້ຝືກອົບຮົມມາແລ້ວ.

ການຈັດຝືກອົບຮົມ ໃຫ້ບຸກຄະລະກອນຂອງເມືອງຄຳເກີດໃນຄັ້ງນີ້ ປະກອບມີ ວິຊາພາກສ່ວນໜ້າ, ວິຊາແມ່ເຮືອນ, ວິຊາອາຫານ ແລະ ເຄື່ອງດື່ມ ເຊີ່ງມີຈຸດປະສົງຍົກລະດັບໃຫ້ບຸກຄະລາກອນ ມີຄຸນນະພາບສູງ, ການນຳໃຊ້ພຸມປັນຍາໃຫ້ຫຼາຍຂື້ນ, ສ້າງກຳລັງແຮງງານ ແລະ ວິຊາການ ທີ່ຊໍານານງານ, ສ້າງຖັນແຖວພະນັກງານ, ທຸລະກິດ, ນັກຄຸ້ມຄອງ, ຜູ້ຈັດການໃຫ້ສົມຄູ່ກັບການພັດທະນາເສດຖະກິດຕາມກົນໄກຕະຫຼາດ ແລະ ເຊື່ອມໂຍງກັບເສດຖະກິດສາກົນ.

ການຝືກອົບຮົມ ຈະຊ່ວຍໃຫ້ຜູ້ເຂົ້າຝືກມີຄວາມຮູ້ ຄວາມສາມາດ ດ້ານວິຊາການໃດໜື່ງທີ່ແນ່ນອນ ແລະ ສາມາດນຳເອົາໄປໜູນໃຊ້ເຂົ້າໃນວຽກງານ ທຸລະກິດຂອງຕົນເອງຢ່າງປະດິດສ້າງ ແລະ ການເຕີບໂຕ ທາງດ້ານທຸລະກິດບໍລິການພາຍໃນເມືອງຄຳ ນັບມື້ນັບຫຼາຍ.

ປະຈຸບັນ ໃນທົ່ວເມືອງຄຳເກີດ ມີຫົວໜ່ວຍທຸລະກິດ ບໍລິການທັງໜົດ: ໂຮງແຮມ 11 ຫົວໜ່ວຍ, ເຮືອນພັກ 15 ຫົວໜ່ວຍ, ຮ້ານອາຫານ ໃຫຍ່-ນ້ອຍ 31 ຫົວໜ່ວຍ, ຮ້ານບັນເທີງ 02 ຫົວໜ່ວຍ, ການບໍລິການອື່ນໆ ກໍ່ໄດ້ເພີ່ມຂື້ນ ຜູ້ເຂົ້າຊົມໃຊ້ບໍລິການ ນັບມື້ນັບຫຼາຍຂື້ນ ແຕ່ວ່າມາດຕະຖານດ້ານການບໍລິການ ຄຸນນະພາບ ຍັງບໍ່ທັນສູງເທົ່າທີ່ຄວນ.

ສະນັ້ນ, ເພື່ອເພີ່ມພູນຄູນສ້າງ ຄວາມຮູ້ຄວາມສາມາດດ້ານວິຊາການໃຫ້ພຽງພໍ ແລະ ເພື່ອພັດທະນາທຸລະກິດບໍລິການໃຫ້ກ້າວໄປໄກ ທຽບທັນກັບສາກົນ, ທ່ານໄດ້ຮຽກຮ້ອງໃຫ້ນັກສຳມະນາກອນ ທີ່ເຂົ້າຝືກອົບຮົມທຸກໆທ່ານ ຈົ່ງຕັ້ງໃຈຝືກ ໃຫ້ສຸດກົກສຸດປາຍ ແລະ ໃຫ້ບັນທຶກເກັບກຳ ເອົາວິຊາຕ່າງໆ ທີ່ຄູອາຈານ ຖ່າຍທອດ ສິດສອນໃຫ້ ແຕ່ຕົ້ນຮອດປາຍ ໃຫ້ໄດ້ເປັນຢ່າງດີ, ຖ້າຫາກມີການພັດທະນາ ດ້ານວິຊາການ, ດ້ານການບໍລິການຢູ່ເລື່ອຍໆ ກໍ່ຈະທຽບທັນກັບສາກົນ ໃນການບໍລິການໄປເທື່ອລະກ້າວ ແລະ ເຮັດໃຫ້ບົດບາດຂອງການບໍລິການ ຂອງບັນດາຫົວໜ່ວຍທຸລະກິດພາຍໃນເມືອງ ໄດ້ຮັບຄ່ານິຍົມສູງຂຶ້ນ, ສາມາດດືງດູດເອົານັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ, ຊຸດຝືກອົບຮົມຈະໄດ້ດຳເນີນໄປເປັນເວລາ 2 ວັນຈື່ງສຳເລັດ.

About admin11