ເມືອງຄຳເກີດ ປິດຊຸດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ລະບົບ 45 ວັນ

ພິທີປິດຊຸດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ລະບົບ 45 ວັນ ຊຸດທີ V ຂອງເມືອງຄໍາເກີດ ຊຸດທີ 56 ຂອງແຂວງ ໄດ້ຈັດຂຶ້ນໃນວັນ 30 ສິງຫາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການງເມືອງ, ໃຫ້ກຽດເປັນປະທານຂອງສະຫາຍ ວິໄລ ສີສະມຸດ ຮອງເລຂາພັກເມືອງ ປະທານກວດກາພັກ – ລັດເມືອງຄຳເກີດ, ມີບັນດາຫົວໜ້າຫ້ອງການ ແລະ ສຳມະນາກອນເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດການຝຶກອົບຮົມທິດສະດີການເມືອງ – ການປົກຄອງ ລະບົບບຳລຸງຊຸດທີ 5 ຂອງເມືອງຄຳເກີດ ໂດຍໄດ້ດຳເນີນມາແຕ່ວັນທີ 28 ມີຖຸນາ 2022 ຮອດວັນທີ 26 ສິງຫາ 2022 ຈື່ງໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມ, ມີນັກສຳມະນາກອນທັງໝົດ 68 ສະຫາຍ, ຍິງ 18 ສະຫາຍ.

ເນື້ອໃນຕົ້ນຕໍຂອງການຝຶກອົບຮົມ ແມ່ນປະຕິບັດຕາມຫຼັກສູດທີ່ໄດ້ກຳນົດຂື້ນຕາມຫຼັກສູດຂອງໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ຂອງແຂວງບໍລິຄຳໄຊ, ມີທັງໝົດ 5 ກຸ່ມວິຊາຮຽນ, ມີ 41 ບົດ, ໃນນັ້ນ: ມີຊົ່ວໂມງຂື້ນຫ້ອງບັນລະຍາຍເອກະສານ 156 ຊົ່ວໂມງ, ຄົ້ນຄວ້າ – ສຳມະນາ 37 ຊົ່ວໂມງ, ໄປທັດສະນະສຶກສາເພື່ອທອດຖອນບົດຮຽນພຶດຕິກຳຕົວຈິງ 7 ຊົ່ວໂມງ, ໂດຍພື້ນຖານແມ່ນປະຕິບັດຄົບຖ້ວນທຸກປະການ.

ໃນພິທີ ຍັງໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ສະບັບເລກ 367/ຮມປຂ, ລົງວັນທີ 26 ສິງຫາ 2022 ວ່າດ້ວຍການຍ້ອງຍໍນັກສຶກສາຮຽນດີ – ຮຽນເກັ່ງ ຮຸ່ນທີ່ 5 ຂອງເມືອງ ຈຳນວນ 20 ສະຫາຍ.

About admins14