ເມືອງຄຳເກີດ ປາຖະກະຖາວັນສື່ມວນຊົນ ແລະ ວັນພິມຈຳໜ່າຍ ຄົບຮອບ 72 ປີ

ໃນຕອນເຊົ້າຂອງວັນທີ 7 ທັນວາ 2022 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 3 ຫ້ອງວ່າການເມືອງຄຳເກີດ ໄດ້ຈັດພິທີປາຖະກະຖາວັນສື່ມວນຊົນ ແລະ ວັນພິມຈຳໜ່າຍ ຄົບຮອບ 72 ປີ ແລະ ສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ປະຈຳປີ 2022 ທິດທາງແຜນການ ປະຈຳປີ 2023. ເປັນກຽດເຂົ້້າຮ່ວມທ່ານ ຜາສຸກ ຈູມມະລາວົງ ຮອງເຈົ້າເມືອງ, ທ່ານ ເຂັມພອນ ປັນຍານຸວົງ ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ, ມີການນຳຫ້ອງການອ້ອມຂ້າງ, ຜູ້ປະກອບການທຸລະກິດໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຕະຫຼອດຮອດພະນັກງານວິຊາການຫ້ອງການຂອງຕົນ ເຂົ້າຮ່ວມ.

ໃນພິທີ ທ່ານ ຜາສຸກ ຈູມມະລາວົງ ຮອງເຈົ້າເມືອງຄຳເກີດ ໄດ້ຂື້ນເລົ່າປະຫວັດ, ມູນເຊື້ອ ການກໍາເນີດສື່ມວນຊົນແຫ່ງຊາດລາວ ແລະ ການພິມຈຳໜ່າຍ ຄົບຮອບ 72 ປີ ( 13 ສິງຫາ 1950-13 ສິງຫາ 2022 ) ແລະ ປະຫວັດ-ຜົນງານທີ່ພົ້ນເດັ່ນສື່ມວນຊົນຂອງເມືອງຄຳເກີດ, ໃນຂະບວນວິວັດແຫ່ງການກຳເນີດ ແລະ ຂະຫຍາຍຕົວຂອງສັງຄົມມະນຸດແມ່ນເລີ່ມມີພາສາປາກເວົ້າ ແລະ ຕົວໜັງສື, ຄົນເຮົາກໍ່ເລີ່ມມີການຕິດຕໍ່ພົວພັນຝາກຄວາມເພື່ອຖາມຂ່າວຫາກັນ, ການສົ່ງຂ່າວທາງຈົດໝາຍ, ກ້າວຂຶ້ນ ມີໃບຂ່າວ, ໃບປິວ ແລະ ມີໜັງສືພິມ, ວິທະຍຸ, ໂທລະພາບ ແລະ ສື່ແບບໃໝ່ ຕາມລໍາດັບນັ້ນແມ່ນທີ່ມາຂອງການ ກຳເນີດສື່ມວນຊົນຂອງແຕ່ລະປະເທດ.

ໂອກາດນີ້ ທ່ານ ເຂັມພອນ ປັນຍານຸວົງ ໄດ້ເລົ່າບົດຫວນຄືນ ວັນສ້າງຕັ້ງ ສະຖານີວິທະຍຸ ຫຼັກ 20 ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ ຄົບຮອບ 32 ປີ, ໃນປີ 1990 ພັກ – ລັດເຮົາເຫັນວ່າວຽກງານສື່ມີຄວາມສຳຄັນຫຼາຍຕໍ່ກັບການພັດທະນາສັງຄົມຢູ່ ເມືອງຄຳເກີດ ຈິ່ງໄດ້ອະນຸມັດໃຫ້ບໍລິສັດພັດທະນາເຂດພູດອຍ ລົງທຶນກໍ່ສ້າງສະຖານີວິທະຍຸ FM ມີຄວາມຖີ່ 98,7 MHz ໃນກໍາລັງສົ່ງ 25( W ) ເອີ້ນວ່າວິທະຍຸ ເມືອງ ຄຳເກີດ ແລະ ຢູ່ໃນໄລຍະທີ່ບໍລິສັດພັດທະນາເຂດພູດອຍໄດ້ຮັບ ອະນຸຍາດໃຫ້ມີການເຄື່ອນໄຫວເຮັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາ ເສດຖະກິດ – ສັງຄົມ. ຢູ່ເຂດພູດອຍແຫ່ງນີ້ຕາມດາລັດ 188/ ນຍ ຂອງປະທານປະເທດ. ຕໍ່ມາໃນປີ 1997 ຢູ່ເມືອງຄໍາເກີດ ຈິ່ງໄດ້ສ້າງຕັ້ງສະຖານີລະບົບໂທລະໂຄ່ງຂື້ນຕື່ມອີກພາຍໃນເທດສະບານ, ໂດຍພາຍໃຕ້ການຊີ້ນຳ – ນຳພາຂອງອົງການຊີ້ນຳກໍ່ສ້າງແນວຫຼັງຍຸດທະສາດ, ເມືອງ ຄຳເກີດ ຈິ່ງຄ່ອຍເລີ່ມມີໜໍ່ແໜ່ງກ່ຽວກັບວຽກງານຖະແຫຼງຂ່າວ, ເຮັດໃຫ້ເມືອງຄໍາເກີດ ມີໃບໜ້າອັນໃໝ່ ປະຊາຊົນມີຄວາມສົນໃຈ ແລະ ຫັນມາໃຊ້ລະບົບໂທລະໂຄ່ງ, ລະບົບວິທະຍຸເພື່ອປະກາດແຈ້ງການ ແລະ ຂ່າວຄາວຕ່າງໆ, ສະຖານີຂອງພວກເຮົາກໍ່ແມ່ນພາກສ່ວນໜຶ່ງ ທີ່ໄດ້ຮັບການເຄື່ອນໄຫວ ປະກອບສ່ວນກອບຢ່າງຕັ້ງໜ້າ ເຂົ້າໃນທຸກຂະບວນການໜ້າທີ່ວຽກງານ, ການສ້າງສາພັດທະນາ ທັງເປັນກະບອກສຽງຂອງພັກ – ລັດ ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ – ລະບຽບກົດໝາຍຂອງລົດ ເວົ້າລວມ, ເວົ້າສະເພາະແມ່ນຮັບໃຊ້ໜ້າທີ່ການເມືອງ.

About admins16