ເຜີຍແຜ່ ສິດ ແລະ ໜ້າທີ່ ຂອງຫົວໜ່ວຍທີ່ຢູ່ໃນລະບົບອາກອນມູນຄ່າເພີ່ມ

ພິທີເຜີຍແຜ່ ສິດ ແລະ ໜ້າທີ່ ຂອງຫົວໜ່ວຍວິສາຫະກິດ ທີ່ຢູ່ໃນລະບົບອາກອນມູນຄ່າເພີ່ມ ( ອມພ ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2022 ຢູ່ຫ້ອງປະຊຸມຂອງສ່ວຍສາອາກອນປະຈຳແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ແສງຈັນ ຄໍາປະເສີດ ຫົວໜ້າສ່ວຍສາອາກອນປະຈຳແຂວງ, ມີສະພາການຄ້າ, ສະມາຄົມນັກທຸລະກິດໜຸ່ມແຂວງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສະເຫຼີມ ປັນຍານຸວົງ ຫົວໜ້າຂະແໜງຄຸ້ມຄອງລາຍຮັບ ໄດ້ຜ່ານຈຸດປະສົງຂອງ ສິດ ແລະ ໜ້າທີ່ ຂອງຜູ້ຢູ່ໃນລະບົບອາກອນມູນຄ່າເພີ່ມ ວ່າ: ເພື່ອປະຕິບັດຕາມວາລະແຫ່ງຊາດ ໂດຍລົງເລິກ 2 ຂົງເຂດວຽກງານ ຄືບັນຫາຢາເສບຕິດ ແລະ ເສດຖະກິດ, ແຈ້ງການປ່ຽນແປງລະບົບການເສຍອາກອນ ຈາກການເສຍອາກອນແບບມອບເໝົາ ເຂົ້າໃນລະບົບອາກອນມູນຄ່າເພີ່ມ.

ເປົ້າໝາຍທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມ ແມ່ນຈຸນລະວິສາຫະກິດ ທີ່ສ້າງຕັ້ງໃນປີ 2021 ຄືນຫຼັງ ແລະ ສ້າງຕັ້ງໃນປີ 2022 ທີ່ສະໝັກເຂົ້າໃນລະບົບ ອມພ ພາຍໃຕ້ເງື່ອນໄຂ ຂະແໜງການຜະລິດ ມູນຄ່າຊັບສິນ 100 ລ້ານກີບ, ຂະແໜງການຄ້າ 150 ລ້ານກີບ ແລະ ຂະແໜງການບໍລິການ 200 ລ້ານກີບ.

ວິສາຫະກິດຂະໜາດນ້ອຍ ທີ່ສ້າງໃໝ່ ປີ 2022 ຕ້ອງເຂົ້າໃນລະບົບ ອມພ ແບບອັດຕະໂນມັດ ໂດຍມີເງື່ອນໄຂ ຂະແໜງການຜະລິດ ແລະ ຂະແໜງການຄ້າ ມູນຄ່າຊັບສິນທັງໝົດ 1 ຕື້ກີບ, ຂະແໜງການບໍລິການ ມູນຄ່າຊັບສິນ 1,5 ຕື້ກີບ ສະເລ່ຍແຮງງານໃນປີ 6-50 ຄົນ ຂອງແຕ່ລະຂະແໜງ.

ວິສາຫະກິດຂະໜາດກາງ ໃນປີ 2022 ຕ້ອງເຂົ້າໃນລະບົບ ອມພ ແບບອັດຕະໂນມັດ ພາຍໃຕ້ເງື່ອນໄຂຄື ຂະແໜງການຜະລິດ ແລະ ຂະແໜງການຄ້າ ມູນຄ່າຊັບສິນທັງໝົດ 4 ຕື້ກີບ, ຂະແໜງການບໍລິການ ມູນຄ່າຊັບສິນ 6 ຕື້ກີບ ສະເລ່ຍແຮງງານໃນປີແມ່ນ 51-99 ຄົນຂອງແຕ່ລະຂະແໜງ.

ອາກອນມູນຄ່າເພີ່ມ ແມ່ນອາກອນທາງອ້ອມ ທີ່ຄິດໄລ່, ເກັບ ຈາກມູນຄ່າສິນຄ້າການນຳເຂົ້າ, ການສະໜອງສິນຄ້າ – ການບໍລິການ ແລະ ການຊົມໃຊ້ສິນຄ້າ – ການບໍລິການ ຈາກຜູ້ບໍ່ມີພູມລຳເນົາ ທີ່ເຂົ້າມາສະໜອງສິນຄ້າ – ການບໍລິການຢູ່ ສປປ ລາວ ຊຶ່ງຜູ້ຊົມໃຊ້ສິນຄ້າ – ການບໍລິການສຸດທ້າຍເປັນຜູ້ເສຍ, ອາກອນປະເພດຕ່າງໆ ທີ່ຕ້ອງຈ່າຍ ປະກອບມີ: ຄິດໄລ່ເກັບ ອມພ ທຸກຄັ້ງທີ່ມີການສະໜອງສິນຄ້າ – ການບໍລິການ, ຄິດໄລ່ຫັກອາກອນລາຍໄດ້ຈາກເງິນເດືອນ ທຸກຄັ້ງທີ່ມີການເບີກຈ່າຍເງິນເດືອນ, ຄິດໄລ່ຫັກອາກອນລາຍໄດ້ຕ່າງໆ ແລະ ໄລ່ມອບອາກອນເງິນປັນຜົນກຳໄລ ທຸກຄັ້ງທີ່ມີການປັນຜົນ.

About admins16