ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ຢູ່ເມືອງໄຊຈໍາພອນ

ໃນຕອນເຊົ້າ ຂອງວັນທີ 19 ກັນຍາ 2022 ຢູ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໂດຍການເປັນປະທານ ຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ຟອງສະໝຸດ ພົງວິຈິດ ກໍາມະການພັກແຂວງ, ເລຂາທິການສະພາປະຊາຊົນແຂວງ, ມີບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຈຳພອນ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດເຂົ້າຮ່ວມ.

ໂອກາດດັ່ງກ່າວ ຄະນະຜູ້ແທນ ໄດ້ຜັດປ່ຽນເຜີຍແຜ່ຜົນຂອງກອງປະຊຸມ ປະກອບມີ ບັນດາມະຕິ, ກົດໝາຍ ແລະ ເນື້ອໃນບົດລາຍງານຕ່າງໆ ທີ່ນຳເຂົ້າພິຈາລະນາ ແລະ ຮັບຮອງເອົາຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ບັນດາເນື້ອໃນເອກະສານ ບົດລາຍງານຕ່າງໆ ທີ່ນຳເຂົ້າພິຈາລະນາ ແລະ ຮັບຮອງເອົາຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II, ຈຸດປະສົງເພື່ອເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມດັ່ງກ່າວເພື່ອໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ພ້ອມທັງຍົກໃຫ້ເຫັນເຖິງພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຍົກໃຫ້ເຫັນຄວາມສຳຄັນຂອງສະມາຊິກສະພາໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊາຊົນລາວບັນດາເຜົ່າ, ຕິດພັນກັບການຮັບຟັງຄໍາຄິດຄໍາເຫັນຄໍາສະເໜີ ແລະ ຄວາມຂັດຂ້ອງໝອງໃຈ ຂອງພະນັກງານ-ລັດຖະກອນ ເພື່ອນໍາໄປຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ.

ຈາກນັ້ນ ກໍໄດ້ມີການມອບອຸປະກອນການຮຽນປະເພດປື້ມ, ບິກ, ສໍ, ບັນທັດ, ຢາງລຶບໃຫ້ກັບເມືອງໄຊຈຳພອນ ເພື່ອນຳຕໍ່ໄປມອບໃຫ້ກັບນ້ອງນັກຮຽນໃນແຫ່ງຕ່າງພາຍໃນເມືອງ.

 

About admins16