ເຜີຍແຜ່ກົດໝາຍວ່າດ້ວຍຊາວໜຸ່ມລາວ ທີ່ແຂວງບໍລິຄໍາໄຊ

ໃນວັນທີ 21 ຕຸລາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງບໍລິຄໍາໄຊ ໄດ້ຈັດພິທີເຜີຍແຜ່ກົດໝາຍວ່າດ້ວຍຊາວໜຸ່ມລາວ ສະບັບເລກທີ 86/ສພຊ, ລົງວັນທີ 10 ພະຈິກ 2020 ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານໂດຍ ສະຫາຍ ນວນທອງ ສຸວັນວິໄຊ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄໍາໄຊ, ແຂວງນະຄອນຫຼວງ, ແຂວງວຽງຈັນ, ແຂວງໄຊຊົມບູນ, ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ, ມີຄະນະປະຈໍາຊາວໜຸ່ມແຂວງບໍລິຄໍາໄຊ, ເລຂາຊາວໜຸ່ມຮາກຖານ, ໜ່ວຍຮາກຖານອ້ອມຂ້າງແຂວງ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນແຂວງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍຊາວໜຸ່ມລາວ ປະກອບມີ IX ພາກ, 7 ໝວດ ແລະ 62 ມາດຕາ ຈຸດປະສົງ ຂອງການເຜີຍແຜ່ກົດໝາຍວ່າດ້ວຍຊາວໜຸ່ມຄັ້ງນີ້ ກໍເພື່ອເຮັດໃຫ້ສະມາຊິກຊາວໜຸ່ມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນດາມາດຕາຂອງກົດໝາຍວ່າດ້ວຍຊາວໜຸ່ມລາວ, ການຈັດຕັ້ງປະຕິບັດລະບຽບຂອງຄະນະຊາວໜຸ່ມປະຊາ ຊົນປະ ຕິວັດລາວ, ການປົກປ້ອງ, ການສົ່ງເສີມ ແລະ ການພັດທະນາຊາວໜຸ່ມລາວ, ສິດ, ໜ້າທີ່, ພັນທະ ແລະ ຜົນປະໂຫຍດຂອງຊາວໜຸ່ມລາວ ຕິດພັນກັບມູນເຊື້ອຂອງຊາວໜຸ່ມຮຸ້ນກ່ອນ, ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໂດຍສະເພາະຢາເສບຕິດ, ອຸບັດຕິເຫດ ທີ່ເກີດຂຶ້ນໃນກຸ່ມຊາວໜຸ່ມ, ຍົກສູງພາລະບົດບາດຂອງຄົນຮຸ້ນໜຸ່ມໃນຍຸກໃໝ່ໃຫ້ມີການປະກອບສ່ວນເຂົ້າໃນພາລະກິດຂອງຊາດໃນຂົງເຂດຂອງຕົນ.

ນອກນີ້ ເພື່ອເປັນການຊີ້ໃຫ້ເຫັນເຖິງແນວທາງນະໂຍບາຍຂອງພັກ-ລັດ ຕໍ່ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າໃນທົ່ວປະເທດ ເຕົ້າໂຮມຊາວໜຸ່ມໃຫ້ເຂົ້າໃນອົງການຈັດຕັ້ງຊາວໜຸ່ມໃຫ້ນັບມື້ນັບຫຼາຍຂຶ້ນກວ່າເກົ່າ.

About admins14