ເປີດແລ້ວງານຕະຫຼາດນັດ ບຸນປະເພນີນະມັດສະການ ພະທາດພະບາດ – ໂພນສັນ

ງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ຕິດພັນກັບງານປະເພນີນະມັດສະການ ພະທາດພະບາດ – ໂພນສັນ ໄດ້ຈັດຂຶ້ນໃນວັນທີ 3 ມັງກອນ 2023 ຢູ່ເດີ່ນວັດພະບາດໂພນສັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ເມືອງ, ຫົວໜ້າພະແນກການ, ອົງການຈັດຕັ້ງ, ກົມກອງ, ຜູ້ປະກອບການ-ນັກທຸລະກິດ, ແຂກທີ່ຖືກເຊີນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ.

ໃນພິທີ ທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງທ່າພະບາດ ໄດ້ຂຶ້ນກ່າວຈຸດປະສົງຂອງການເປີດງານວ່າ: ເພື່ອເປັນການອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ – ຂອງແຂວງ ແລະ ເພີ່ມທະວີຄວາມເຂົ້າໃຈ, ຮັດແໜ້ນຄວາມສາມັກຄີມິດຕະພາບ ລະຫວ່າງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ທັງເປັນການກະຕຸ້ນເສດຖະກິດທາງກົງ ແລະ ທາງອ້ອມ ໂດຍສະເພາະຫົວໜ່ວຍທຸລະກິດ ທີ່ປິ່ນອ້ອມໃນຂະແໜງການທ່ອງທ່ຽວ ສົ່ງເສີມການທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ, ສຸມໃສ່ການພັດທະນາການທ່ອງທ່ຽວ ຂອງເມືອງທ່າພະບາດ ກໍ່ຄືແຂວງບໍລິຄຳໄຊ ໃຫ້ສາມາດຮັບຮອງການເພີ່ມຂຶ້ນຂອງນັກທ່ອງທ່ຽວໃນປັດຈຸບັນ ແລະ ອະນາຄົດ ເຂົ້າມາທ່ຽວຊົມໃຫ້ຫຼາຍຂຶ້ນ.

ໃນພິທີ ທ່ານເຈົ້າແຂວງຍັງໄດ້ໃຫ້ກຽດຕັດແທບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນການເປີດພິທີຢ່າງເປັນທາງການ, ຫຼັງຈາກນັ້ນ ກໍ່ໄດ້ທ່ຽວຊົມງານຕະຫຼາດນັດວາງສະແດງສິນຄ້າ ” ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) “, ສິນຄ້າຄອບຄົວຕົວແບບ, ຜະລິດຕະພັນຂະໜາດນ້ອຍ – ກາງ, ສິນຄ້າກະສິກຳ – ຫັດຖະກຳ, ຈັກສານ, ຕ່ຳແຜ່ນແພ ແລະ ການວາງຜະລິດຕະພັນການທ່ອງທ່ຽວ, ໃນນັ້ນ ມີຫ່າງຮ້ານເຂົ້າຮ່ວມວາງຂາຍ 247 ຮ້ານ, ປະກອບດ້ວຍໂຊນຂາຍສິນຄ້າຫັດຖະກຳ, ຂາຍອາຫານ – ເຄື່ອງດື່ມ, ຂາຍສິນຄ້າທົ່ວໄປ, ໂຊນດົນຕີ, ເຄື່ອງຫຼີ້ນ, ວາງສະແດງຈາກຟາມລ້ຽງສັດໃຫຍ່ (ງົວ, ຄວາຍ), ລວມມູນຄ່າສິນຄ້າພາຍໃນງານ 3 ຕື້ກວ່າກີບ, ມູນຄ່າຊື້ – ຂາຍ ແລະ ການບໍລິການ ໃນແຕ່ລະວັນ ຄາດວ່າຈະສູງເຖິງ 1,5 ຕື້ກວ່າກີບ. ສໍາລັບພິທີຕັກບາດບຸນນະມັດສະການພະບາດ – ໂພນສັນ ແມ່ນຈະໄດ້ຂຶ້ນໃນວັນທີ 6 ມັງກອນ 2023.

About admins14