ເປີດສ້າງບ້ານ ນໍ້າງຽບ ເປັນບ້ານປ້ອງກັນຄວາມສະຫງົບດີ

ເພື່ອເຮັດໃຫ້ແຜນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ສໍາເລັດໃນທົ່ວເມືອງປາກຊັນ ແຂວງບໍລິຄໍາໄຊ, ໃນວັນທີ 15 ກໍລະກົດ 2022 ຄະນະຮັບຜິດຊອບ ຂັ້ນເມືອງ ໄດ້ເປີດກອງປະຊຸມການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຂື້ນທີ່ສາລາວັດ ານນໍ້າງຽບ, ໂດຍການເປັນປະທານຂອງທ່ານ ສຸພາລັກ ໄຊຊະນະສີ ຮອງເຈົ້າເມືອງປາກຊັນ, ທ່ານ ພັທ ຮັກ ເທວາ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ, ມີ ປກສ ກຸ່ມບ້ານ, ເລຂາພັກບ້ານ, ນາຍບ້ານ, ພ້ວມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ບ້ານນໍ້າງຽບ ປະກອບມີທັງໝົດ 430 ຄອບຄົວ, ມີພົນລະເມືອງທັງໝົດ 2038 ຄົນ, ຍິງ 985 ຄົນ, ປະຊາຊົນສ່ວນຫຼາຍແມ່ນເຜົ່າລາວລຸ່ມ, ປະກອບອາຊີບ ເປັນພະນັກງານ, ກະເສດຕະກອນປູກຝັງ ແລະ ລ້ຽງສັດ, ເຊີ່ງໄລຍະຜ່ານມາຄະນະພັກ, ອໍານາດການປົກຄອງບ້ານ ໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ຂໍ້ກໍານົດ, ກົດໝາຍຂອງລັດ ແລະ ວາລະແຫ່ງຊາດ ມາເຜີຍແຜ່ເຊື່ອມຊືມ ໃຫ້ແກ່ສະມາຊິກພັກ, ອໍານາດການປົກຄອງ, ປະຊາຊົນພາຍໃນບ້ານ ໄດ້ຮັບຮູ້ເຂົ້າໃຈ ແລະ ເຮັດໃຫ້ເຂົາເຈົ້າມີເເນວຄິດອຸ່ນອຽງທຸ່ນທ່ຽນ ເຊື່ອໝັ້ນຕໍ່ການນໍາພາຂອງພັກ – ລັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ ຄື: ປົກປັກຮັກສາ ແລະ ສາ້ງສາພັດທະນາປະເທດຊາດ, ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າ, ໃຫ້ຄວາມສະດວກ ແລະ ໃຫ້ຄໍາແນະນໍາຕ່າງໆ ບວກກັບມູນເຊື້ອຄວາມດຸໝັ່ນຂະຫຍັນພຽນຂອງປະຊາຊົນໃນການປູກຝັງລ້ຽງສັດ ແລະ ການຄ້າຂາຍ, ບໍລິການຕ່າງໆ ຈຶ່ງສາມາດເຮັດໃຫ້ຄອບຄົວຂອງປະຊາຊົນບ້ານນໍ້າງຽບ ຫຼຸດພົ້ນອອກຈາກຄວາມທຸກຍາກ.

ໃນກອງປະຊຸມ ໄດ້ຜ່ານແຜນວຽກ ແລະ ບົດບັນທຶກປຶກສາຫາລືການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຂໍ້ຕົກລົງຂອງກອງບັນຊາການ ປກສ ເມືອງປາກຊັນ ແລະ ຂໍ້ຕົກລົງຂອງທ່ານລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ສະບັບ ເລກທີ່ 702/ປກສ ລົງວັນທີ 02 ເມສາ 2021 ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ.

ຕອນທ້າຍພິທີ ທ່ານ ສຸພາລັກ ໄຊຊະນະສີ ໄດ້ມີຄໍາເຫັນໂອ້ລົມຕໍ່ທີ່ປະຊຸມ ເຊີ່ງທ່ານກໍ່ໄດ້ຍົກໃຫ້ເຫັນວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃຫ້ທຸກຄົນມີສ່ວນຮ່ວມເປັນວຽກງານຂອງທົ່ວປວງຊົນຮອບດ້ານ, ເນັ້ນໜັກໃຫ້ອໍານາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນເອງ ບໍ່ໃຫ້ໄປຫຍຸ້ງກ່ຽວກັບສີ່ງເສບຕິດ, ມົ້ວສູມຫຼີ້ນການພະນັນ ແລະ ອື່ນໆ, ທຳມາຫາກິນຖຶກຕ້ອງຕາມລະບຽບກົດໝາຍ, ເກັບກໍາສະພາບຄົນເຂົ້າ – ອອກ ຄົນຫຼຸດຄົນເພີ່ມພາຍໃນບ້ານ ເພື່ອຫຼີກລ່ຽງກຸ່ມຄົນບໍ່ດີທີ່ມາລີ້ຊ້ອນ, ຕ້ອງເປັນເຈົ້າການລາຍງານການຈັດຕັ້ງຂັ້ນເທີງຮັບຊາບ ເພື່ອເຮັດໃຫ້ບ້ານຂອງຕົນມີຄວາມສະຫງົບໂດຍພື້ນຖານ.

About admins16