ເປີດສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານຫາງຊິງສະຫວ່າງ

ເພື່ອເຮັດໃຫ້ແຜນການສ້າງຄອບຄົວ ແລະ ບ້ານ ປ້ອງກັນຄວາມສະຫງົບດີໃຫ້ສໍາເລັດໃນທົ່ວເມືອງປາກຊັນ ໃນວັນທີ 26 ກໍລະກົດ 2022 ຄະນະຮັບຜິດຊອບສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີເມືອງປາກຊັນ ຈື່ງໄດ້ເປີດກອງປະຊຸມການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີຂື້ນ ທີ່ຫ້ອງການບ້ານຫາງຊິງສະຫວ່າງ ໂດຍການເປັນປະທານຂອງ ທ່ານ ແສງອາລຸນ ແສງອາພອນ ຮອງເລຂາພັກເມືອງປາກຊັນ, ທ່ານ ພັທ ຮັກ ເທວາ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງປາກຊັນ ມີປກສ ກຸ່ມບ້ານ, ເລຂາພັກບ້ານ, ນາຍບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ໃນພິທີໄດ້ຜ່ານຂໍ້ຕົກລົງວ່າດ້ວຍການເປີດກອງປະຊຸມ, ຂໍ້ຕົກລົງແຕ່ງຕັ້ງພະນັກງານຊີ້ນໍາບັນຊາປະຕິບັດຕົວຈີງການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ແລະ  ຜ່ານບົດສະຫຼຸບລວມຂອງບ້ານ. ເຊີ່ງໄດ້ຍົກໃຫ້ເຫັນບ້ານຫາງຊິງສະຫວ່າງປະກອບມີ 320 ຫຼັງຄາເຮືອນ, ມີ 336 ຄອບຄົວ, ມີພົນລະເມືອງທັງໝົດ 1.408 ຄົນ, ຍິງ 706 ຄົນ, ປະຊາຊົນສ່ວນຫຼາຍແມ່ນປະກອບອາຊີບເປັນພະນັກງານ, ຊາວນາ, ປູກຝັງ ແລະ ລ້ຽງສັດ.

ໄລຍະຜ່ານມາຄະນະພັກ, ອໍານາດການຈັດຕັ້ງ ບ້ານແມ່ນໄດ້ເພີ່ມທະວີ ນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ຂໍ້ກໍານົດ, ກົດໝາຍຂອງລັດ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມາເຜີຍແຜ່ເຊື່ອມຊືມ ໃຫ້ແກ່ສະມາຊິກພັກ, ອໍານາດການປົກຄອງ, ປະຊາຊົນພາຍໃນບ້ານໄດ້ຮັບຮູ້ເຂົ້າໃຈ ແລະ ເຮັດໃຫ້ເຂົາເຈົ້າມີເເນວຄິດອຸ່ນອຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດສອງໜ້າທີ່ຍຸດທະສາດຂອງພັກຄື: ປົກປັກຮັກສາ ແລະ ສາ້ງສາພັດທະນາປະເທດຊາດ, ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າ, ໃຫ້ຄວາມສະດວກ ແລະ ໃຫ້ຄໍາແນະນໍາຕ່າງໆ ບວກກັບມູນເຊື້ອຄວາມດຸໝັ່ນຂະຫຍັນພຽນຂອງປະຊາຊົນໃນການປູກຝັງ, ລ້ຽງສັດ, ຄ້າຂາຍ ແລະ ການບໍລິການຕ່າງໆ ຈຶ່ງສາມາດເຮັດໃຫ້ຄອບຄົວຂອງປະຊາຊົນບ້ານຫາງຊິງສະຫວ່າງ ຫຼຸດພົ້ນອອກຈາກຄວາມທຸກຍາກ, ໂອກາດດຽວກັນໃນທີ່ປະຊຸມຍັງໄດ້ຜ່ານແຜນວຽກ ແລະ ບົດບັນທຶກ, ປຶກສາຫາລືການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ.

About admins14