ເປີດສົກຮຽນ ນັກຮຽນນາຍສິບ ຮຸ່ນທີ 10 ປກສ ຊັ້ນຕົ້ນເລກ 4

ຕອນເຊົ້າ ວັນທີ 15 ມີນາ 2022 ຢູ່ທີ່ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ແຂວງບໍລິຄໍາໄຊ ໄດ້ຈັດພິທີ ເປິດສົກຮຽນ ນາຍສິບ ຮຸ່ນທີ 10 ສົກປີ 2022 – 2023 ສາຂາ ວິຊາສະເພາະຄຸມຂັງ-ດັດສ້າງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ.

ໂດຍປະຕິບັດຕາມ ຂໍ້ຕົກລົງ ຂອງກົມໃຫ່ຍການເມືອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 858/ກມປສ, ລົງວັນທີ 28 ກຸມພາ 2022 ວ່າດ້ວຍການອະນຸດມັດເປີດຊຸດຮຽນ ໃຫ້ນັກຮຽນ ຮຸ່ນທີ 10 ສາຂາວິຊາ ຄຸມຂັງ – ດັດສ້າງ ສົກປີ 2022, ນັກຮຽນ ຮຸ່ນທີ່ 10 ຕາມຕົວເລກອະນຸມັດ ລະດັບຊົ້ນຕົ້ນ ມີຈໍານວນ 150 ສະຫາຍ, ຍິງ 22 ສະຫາຍ ທີ່ມາຈາກຂອບເຂດທົ່ວປະເທດ.

ຕາມຫຼັກສູດ ວິຊາສະເພາະຊັ້ນຕົ້ນ ຄຸມຂັງ – ດັດສ້າງ ໄດ້ກໍານົດຫຼັກສູດການຮຽນ, ໝວດວິຊາ, ການຮຽນ-ການສອນ, ໄລຍະ 01 ປີ, ປະກອບມີ 03 ໝວດວິຊາ ຄື: ໝວດວິຊາຄວາມຮູ້ທົ່ວໄປ 03 ວິຊາ, 140 ຊົ່ວໂມງ, ໝວດວິຊາພື້ນຖານ ວິຊາສະເພາະ ມີ 10 ວິຊາ, ໃຊ້ເວລາຮຽນ 525 ຊົ່ວໂມງ, ໝວດວິຊາສະເພາະຂະແໜງການ 25 ວິຊາ, ໃຊ້ເວລາຮຽນ 1057 ຊົ່ວໂມງ, ໃນນັ້ນ ຮຽນຕົວຈິງ 114 ວັນ, 798 ຊົ່ວງໂມງ, ການລົງຝືກງານຢູ່ບັນດາກົມກອງ, ປກສ ເມືອງ ກໍານົດເວລາ 22 ວັນ, 154 ຊົ່ວໂມງ, ຄົ້ນຄວ້າ ແລະ ສອບເສັງຈົບຊັ້ນ 15 ວັນ, 105 ຊົ່ວໂມງ.

ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອໍານວຍການ ສືບຕໍ່ເຮັດວຽກງານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານຄູ-ອາຈານ ແລະ ນັກຮຽນຢ່າງເປັນປົກກະຕິ, ເອົາໃຈໃສ່ປັບປຸງຄຸນນະພາບ ສະມາຊິກພັກ, ພະນັກງານ-ນັກຮົບ, ຄຸນນະພາບຂອງຄູ-ອາຈານ, ປັບປຸງຫຼັກສູດການຮຽນ-ການສອນ ໃຫ້ມີເຕັກນິກ, ວິທະຍາສາດ ແລະ ມີຫຼາຍວິທີການ ໃນການສິດສອນ, ຖ່າຍຖອດຄວາມຮູ້, ກໍາໃຫ້ໄດ້ ກົດໝາຍ, ລະບຽບຫຼັກການ ແລະ ວິຊາສະເພາະ ເພື່ອນໍາມາຖ່າຍຖອດ, ສິດສອນໃຫ້ນັກຮຽນ, ນໍາເອົາບັນດາມະຕິ, ຄໍາສັ່ງ, ເອກະສານທີ່ສໍາຄັນຕ່າງໆຂອງຂັ້ນເທິງ ມາເຜີຍແຜ່ໃຫ້ ພະນັກງານ, ຄູ-ອາຈານ ແລະ ນັກຮຽນ ໃຫ້ເຂົາເຈົ້າເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດ, ຄຽງຄູ່ກັບການປັບປຸງລະບຽບວິໃນຂອງໂຮງຮຽນໃຫ້ເຂັ້ມງວດ.

ຮຽກຮ້ອງມາຍັງ ນັກຮຽນ ໃຫ້ເອົາໃຈໃສ່ຝືກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນສົມບັດ, ມີລະບຽບວິໄນ, ຕັ້ງໜ້າສຶກສາຮໍ່າຮຽນ, ຄົ້ນຄວ້າບົດຮຽນທີ່ທາງຄູອາຈານສິດສອນ, ຖ່າຍທອດໃຫ້ ກໍາໃຫ້ໄດ້ບົດຮຽນທາງດ້ານທິດສະດີ, ພຶດຕິກໍາຕົວຈິງ ເວລາຈົບອອກໄປ ກໍ່ສາມາດນໍາໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຕົວຈິງ ແລະ ສາມາດເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງຕາມການມອບໝາຍໃຫ້.

About admin11