ເປີດສວນອາຫານ ” ປາກຊັນວິວ ” ຢ່າງເປັນທາງການ

ພິທີເປີດສວນອາຫານປາກຊັນວິວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ສິງຫາ 2022 ຢູ່ບ້ານຫ້ວຍສຽດ ເມືອງປາກຊັນ ແຂວງບໍລິຄຳໄຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີການນຳຂອງແຂວງ, ເມືອງ, ຫົວໜ້າພະແນກການ ພ້ອມດ້ວຍບັນດາຜູ້ປະກອບການທຸລະກິດພາຍໃນແຂວງ ເຂົ້າຮ່ວມ.

ສວນອາຫານມະນີວັນ ຕັ້ງຢູ່ແຄມອ່າງນ້ຳ ຫ້ວຍສຽດ ເມືອງປາກຊັນ ແຂວງບໍລິຄຳໄຊ ເຊິ່ງຫ່າງຈາກແຄມທາງເລກທີ 13 ໃຕ້ ປະມານ 200 ແມັດ ແລະ ໄດ້ເລີ່ມສ້າງຂື້ນໃນປີ 2000 ໂດຍແມ່ນປ້າມະນີວັນ ເປັນຜູ້ບໍລິຫານຈັດການເອງ, ສະຖານທີ່ດັ່ງກ່າວ ມີເນື້ອທີ່ປະມານ 10 ຕາແມັດ ປະກອບມີ 3 ຈຸດ ໃນການບໍລິການ ຄື: ມີຫ້ອງຈັດປະຊຸມ 1 ຫ້ອງ ເຊິ່ງຮັບແຂກໄດ້ປະມານ 40 ທ່ານ, ສະຖານທີ່ຈັດງານລ້ຽງ 2 ຈຸດ ແຕ່ລະຈຸດສາມາດຮັບແຂກໄດ້ປະມານ 100 ທ່ານ ແລະ ມີຈຸດບ່ອນຫຼິ້ນສຳລັບເດັກນ້ອຍ.

ມາຮອດຕົ້ນປີ 2020 ສວນອາຫານມະນີວັນໄດ້ປິດຊົ່ວຄາວ ຍ້ອນສະພາບ ການແຜ່ລະບາດຂອງພະຍາດໂຄວິດ-19, ປະຈຸບັນ ສວນອາຫານມະນີວັນ ໄດ້ເລີ່ມປັບປຸງດ້ານພື້ນຖານໂຄງລ່າງ ເຊັ່ນ: ຫົນທາງ, ນໍ້າໃຊ້, ໄຟຟ້າ ແລະ ອຸປະກອນຮັບໃຊ້ ແລະ ໄດ້ປ່ຽນຊື່ ຈາກຊື່ເດີມ ສວນອາຫານມະນີວັນ ມາເປັນ ສວນອາຫານ ປາກຊັນວິວ, ການໃສ່ ຊື່ສວນອາຫານ ປາກຊັນວິວ ມີຄວາມໝາຍດັ່ງນີ້: ຄຳວ່າປາກຊັນ ແມ່ນມາຈາກຊື່ຂອງເມືອງປາກຊັນ, ວິວ ແມ່ນທິວທັດທຳມະຊາດທີ່ມີຄວາມສວຍສົດງົດງາມ.

ຈຸດປະສົງ ກໍ່ເພື່ອສ້າງຄວາມສົນໃຈໃຫ້ແກ່ແຂກບ້ານ, ແຂກເມືອງມາແວ່, ພັກເຊົາ ແລະ ຊົມວິວ, ກິນ, ດື່ມ ອາຫານຕາມສັ່ງຄົບວົງຈອນ, ທັງເປັນການສ້າງລາຍໄດ້ໃຫ້ແກ່ປະຊາຊົນ, ຊາວຄ້າຂາຍ, ຜູ້ຜະລິດ ໃຫ້ມີຜົນຜະລິດມາຂາຍ ແລະ ມີລາຍຮັບສູງຂື້ນ, ຈະສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ, ໄວໜຸ່ມ ຜູ້ທີ່ຍັງຕ້ອງການວຽກເຮັດງານທໍາ ແລະ ມີຄວາມມັກໃນອາຊີບດັ່ງກ່າວ, ຈະສ້າງສະຖານທີ່ແຫ່ງນີ້ ໃຫ້ເປັນບ່ອນພັກຜ່ອນຂອງຜູ້ທີ່ຮັກທຳມະຊາດ ເຊັ່ນ: ນໍ້າ, ສາຍລົມ, ເດີ່ນຫຍ້າ, ທ້ອງຟ້າຍາມເຊົ້າ, ຍາມແລງ, ຕົ້ນໄມ້ ແລະ ອື່ນໆ, ຈະເອົາສະຖານທີ່ແຫ່ງນີ້ ເປັນບ່ອນສຶກສາຄົ້ນຄວ້າຄວາມສາມາດຂອງການພັດທະນາວຽກງານທ່ອງທ່ຽວ ແລະ ວຽກງານອື່ນໆທີ່ຕິດພັນ.

About admins16