ເປີດຝືກອົບຮົມວຽກງານກວດກາພັກ – ລັດ ໃຫ້ແກ່ຜູ້ຮັບຜິດຊອບວຽກງານກວດກາຂັ້ນບ້ານ

ເພື່ອປັບປຸງ ວຽກງານກວດກາພັກ – ກວດກາລັດ ຂັ້ນບ້ານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຕອບສະໜອງກັບເງຶ່ອນໄຂຂອງການພັດທະນາປະເທດຊາດ ໃນໄລຍະໃໝ່, ໃນວັນທີ 5 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດເປີດຝືກອົບຮົມວຽກງານກວດກາພັກ – ລັດ ໃຫ້ແກ່ຜູ້ຮັບຜິດຊອບວຽກງານກວດກາຂອງໜ່ວຍພັກບ້ານ ພາຍໃນເມືອງຄໍາເກີດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ເພັດສະໄໝ ໄຊຍະທິຈັກ ກຳມະການພັກແຂວງ, ເຈົ້າເມືອງຄຳເກີດ, ທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ, ປະທານກວດກາພັກ – ລັດແຂວງ, ມີປະທານຄະນະກວດກາຄະນະພັກຮາກຖານ, ຜູ້ຮັບຜິດຊອບວຽກງານກວດກາໜ່ວຍພັກ ພາຍໃນເມືອງຄຳເກີດ ເຂົ້າຮ່ວມ.

ໃນພິທີ ຄະນະປະທານ ມີຄຳເຫັນຊີ້ນຳນັກສະມະນາກອນ ວ່າ: ວຽກງານຕິດຕາມກວດກາ ແມ່ນໜຶ່ງໃນພາລະບົດບາດຕົ້ນຕໍແຫ່ງການນຳພາຂອງພັກ, ບໍ່ມີການກວດກາ ກໍ່ໜາຍຄວາມວ່າ ບໍ່ມີການນຳພາ, ການກວດກາ ແມ່ນວຽກທີ່ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເປັນວຽກທີ່ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ ສຳລັບການນຳພາຂອງພັກ-ການຄຸ້ມຄອງຂອງລັດ, ໄລຍະຜ່ານມາ ຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ໄດ້ມີຄວາມພະຍາຍາມປັບປຸງການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກຂອງຄະນະກວດກາ ຂັ້ນຕົ້ນ, ນໍາພາ – ຊີ້ນຳ ແລະ ດຳເນີນການຕິດຕາມ, ກວດກາ ໃນຂະແໜງການ ແລະ ຮາກຖານພັກ ຂອງຕົນເປັນປົກກະຕິ.

ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 4 ວັນ, ເຊິ່ງບັນດາຜູ້ເຂົ້າຮ່ວມອົບຮົມ ຈະໄດ້ຮຽນຮູ້ ແລະ ຄົ້ນຄວ້າ ບົດຮຽນສໍາຄັນ ເປັນຕົ້ນ: ຄວາມຮູ້ພຶ້ນຖານ ກ່ຽວກັບວຽກງານກວດກາຂອງພັກ, ວຽກງານຕິດຕາມພັກ, ລະບຽບວິໄນຂອງພັກ ແລະ ກວດກາການລົງວິໄນພາຍໃນພັກ, ວຽກງານຄົ້ນຄວ້າແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ ແລະ ຄຳສະເໜີ, ລວມທັງ ການສ້າງເອກະສານ ວຽກງານກວດກາ.

About admins16