ເປີດນຳໃຊ້ຄູກັນນ້ຳ ບ້ານນ້ຳຢ້າງ ເມືອງວຽງທອງ

ພິທີເປີດນຳໃຊ້ຄູກັນນ້ຳ ບ້ານນ້ຳຢ້າງ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ມັງກອນ 2022 ຢູ່ບ້ານນ້ຳຢ້າງ ເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ພັອ ຄຳແພນ ວິລືທຳ ເຈົ້າເມືອງວຽງທອງ ແລະ ທ່ານ ພອນສັກ ວິໄລສັກ ປະທານກຸ່ມບໍລິສັດພອນສັກ ຈຳກັດ, ມີຄະນະປະຈຳພັກແຂວງ, ເຈົ້າເມືອງ, ຂະແໜງການກ່ຽວຂ້ອງ, ຕະຫຼອດຮອດການຈັດຕັ້ງພາຍໃນບ້ານເຂົ້າຮ່ວມ.

ຈຸດປະສົງຂອງການສ້າງຄູກັນນ້ຳ ກໍ່ເພື່ອປ້ອງກັນບໍ່ໃຫ້ນ້ຳໄຫຼເຂົ້າຖ້ວມຕົວເມືອງ ກໍຄືເຮືອນຊານຂອງພໍ່ແມ່ປະຊາຊົນ ບັນດາເຜົ່າຊາວເມືອງວຽງທອງ ເຊິ່ງມີຄວາມຍາວທັງໝົດ 2.982 ແມັດ, ທາງຍ່າງເທິງຄູກັນນ້ຳ 2.972 ແມັດ ກວ້າງ 4 ແມັດ, ກະຕ່າຫີນ 1×1, ລະບົບຄອງລະບາຍນ້ຳ 697.8 ແມັດ, ຊ່ອງລະບາຍນ້ຳ 10 ຈຸດ, ເປີດຄອງນ້ຳ 5 ຈຸດ, ປະຕູນ້ຳອອກ ແລະ ນ້ຳເຂົ້າ 10 ຈຸດ, ອາຄານ 3×5 ຈຳນວນ 1 ຫຼັງ, ອາຄານວັດແທກທາງທໍລະນີ 1 ຫຼັງ, ຂັ້ນໃດຂ້າມຄູກັນນ້ຳ 6 ຈຸດ, ຕູ້ໄຟ ສຳລັບວັດແທກແຮງດັນນ້ຳ 10 ຊຸດ, ຫຼັກໝາຍເພື່ອແທກລະດັບນ້ຳ 2 ຈຸດ, ປິດສົ້ນຄັນຄູທັງສອງສົ້ນດ້ວຍຫີນກ້ອນໃຫຍ່.

ນອກນີ້ ຍັງມີຂົວອູ່ຂ້າມນ້ຳງອມ 97 ມ 1 ຈຸດ, ເສັ້ນທາງເບີ 1 ຍາວ 600 ມ, ເສັ້ນທາງ ເບີ 2 ຍາວ 191 ມ, ເສັ້ນທາງເຊື່ອມຕໍ່ 350 ແມັດ, ທາງປູຫີນຂ້າມນ້ຳຢ້າງ ແລະ ນ້ຳງອມ 5ມx13ມ 2 ຈຸດ, ທາງເຂົ້າຫານ້ຳປະປາ 100 ມ, ທໍ່ນ້ຳປະປາຂ້າມຄູກັນນ້ຳ 150 ມ, ຄອງລະບາຍນ້ຳ 1ມx160ມ ແລະ ເນື້ອທີ່ດິນ ທີ່ໄດ້ປັບຖົມແລ້ວ 116,000 ຕາແມັດ.

About admins16