ເປີດຊຸດອົບຮົມທິດສະດີການເມືອງ – ການປົກຄອງ ລະບົບຂັ້ນຕົ້ນ 3 ເດືອນ ຊຸດທີ 1

ພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ລະບົບຂັ້ນຕົ້ນ 3 ເດືອນ ຊຸດທີ 1 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2022 ຢູ່ໂຮງຮຽນການເມືອງ – ການປົກຄອງແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີຫົວໜ້າໂຮງຮຽນ, ຄູອາຈານ, ຄະນະຮັບຜິດຊອບ ແລະ ນັກສຶກສາ ເຂົ້າຮ່ວມ.

ຈຳນວນບຸກຄະລາກອນທີ່ເຂົ້າຮຽນມີຈຳນວນທັງໝົດ 50 ສະຫາຍ, ຍິງ 22 ສະຫາຍ ທີ່ມາຈາກຂົງເຂດການເມືອງ 9 ສະຫາຍ, ຂົງເຂດເສດຖະກິດມີ 15 ສະຫາຍ, ອົງການຈັດຕັ້ງມະຫາຊົນມີ 3 ສະຫາຍ, ຂົງເຂດຕຸລາການ 3 ສະຫາຍ, ຂົງເຂດວັດທະນະທຳ – ສັງຄົມ 5 ສະຫາຍ, ກຳລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ເມືອງປາກຊັນ 2 ສະຫາຍ, ເມືອງບໍລິຄັນ 2 ສະຫາຍ, ເມືອງປາກກະດິງ 1 ສະຫາຍ, ເມືອງຄຳເກີດ 2 ສະຫາຍ, ເມືອງວຽງທອງ 1 ສະຫາຍ ແລະ ເມືອງໄຊຈຳພອນ 1 ສະຫາຍ.

ຊຸດຮຽນຄັ້ງນີ້ ຈະໄດ້ດໍາເນີນການຮຽນ – ການສອນໃນ 9 ວິຊາ, ມີ 5 ວິຊາ ຫຼັກລວມທັງໝົດ 15 ໜ່ວຍກິດ, ລວມຊົ່ວໂມງທັງໝົດ 240 ຊົ່ວໂມງ, ຊົ່ວໂມງບັນຍາຍ 149.

ຊົ່ວໂມງ, ຄົ້ນຄວ້າກ່ອນເສັງຂຽນວິຊາທົ່ວໄປ 12 ຊົ່ວໂມງ, ສອບເສັງຂຽນວິຊາທົ່ວໄປ 4 ວິຊາ ມີ 12 ຊົ່ວໂມງ, ສຳມະນາຫ້ອງຕິດພັນກັບຄະແນນສ່ວນຮ່ວມ 9 ວິຊາ ມີ 63 ຊົ່ວໂມງ, ສອບເສັງຂຽນ ບົດລາຍງານວິຊາຫຼັກ 35 ຊົ່ວໂມງ, ທວນເສັງປາກເປົ່າລະດັບ ສມປຊ 5 ວິຊາຫຼັກ ມີ 34 ຊົ່ວໂມງ, ສອບເສັງວິຊາຫຼັກ ລະດັບ ສມປຊ 35 ຊົ່ວໂມງ, ລວມຈຸພັກນັກສຶກສາໄລຍະຮຽນ ມີ 12 ຊົ່ວໂມງ, ເຄື່ອນໄຫວນອກຫຼັກສູດ ອອກແຮງງານລວມ 27 ແລະ ລົງທັດສະນະສຶກສາ 7 ຊົ່ວໂມງ.

ສຳລັບອາຈານສອນ ແມ່ນໄດ້ກຳນົດລາຍຊື່ຄູ – ອາຈານຂຶ້ນຫ້ອງສິດສອນຈຳນວນທັງໝົດ 17 ທ່ານ, ຄູພາຍໃນ ມີ ຈໍານວນ 12 ທ່ານ, ຍິງ 4 ທ່ານ, ຄູຮັບເຊີນ 5 ທ່ານ, ໃນນັ້ນແມ່ນຄະນະປະຈຳພັກແຂວງ 2 ທ່ານ ແລະ ກຳມະການພັກແຂວງ 3 ທ່ານ.

About admins16