ເປີດຊອງປະມູນໂຄງການກໍ່ສ້າງນ້ຳລີນ ບ້ານນາຍາງ ເມືອງວຽງທອງ

ໃນວັນທີ 28 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມຫ້ອງການສາທາ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດ ພິທີເປີດຊອງປະມູນໂຄງການ, ການກໍ່ສ້າງລະບົບນ້ຳລີນ ບ້ານ ນາຍາງ ເມືອງ ວຽງທອງ ແຂວງບໍລິຄຳໄຊຂື້ນ ເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອາລຸນສັກ ປະທຳມະວົງ  ຮອງເຈົ້າເມືອງ ວຽງທອງ ມີຕ່າງໜ້າພະແນກສາທາລະນະສຸກແຂວງ, ຕ່າງໜ້າໂຄງການລາວ 030 ແຜນງານພັດທະນາທ້ອງຖິ່ນ ແຂວງບໍລິຄຳໄຊ, ມີຄະນະກຳມະການຂັ້ນເມືອງ, ບັນດາບໍລິສັດ ແລະ ພາກສ່ວນຫ້ອງການກ່ຽວຂ້ອງເຂົ້າຮ່ວມ.

ຜູ້ເຂົ້າຮ່ວມປະມູນໃນຄັ້ງນີ້ມີ 3 ບໍລິສັດ ຄື: ບໍລິສັດ ສົມໄຊ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ, ບໍລິສັດ ສິງນຳຈະເລີນ ຄົບວົງຈອນ ຈຳກັດຜູ້ດຽວ ແລະ ບໍລິສັດ ນິລັນກໍ່ສ້າງ ຄົບວົງຈອນ ຈຳກັດຜູ້ດຽວ ສ່ວນຜົນການປະມູນແມ່ນຄະນະກຳມະການ ຍັງກວດກາບັນດາເອກະສານໃບທະບຽນວິສາຫະກິດ, ໃບອະນຸຍາດດຳເນີນທຸລະກິດ ແລະ ເອກະສານຕ່າງໆໃຫ້ມີຄວາມຖືກຕ້ອງຕາມຫຼັກການຂອງຜູ້ໃຫ້ທຶນ ຈື່ງຈະແຈ້ງຜົນໃຫ້ບໍລິສັດທີ່ຊະນະການປະມູນ.

ໂຄງການກໍ່ສ້າງລະບົບນ້ຳລີນ ບ້ານ ນາຍາງ ໂດຍການຊ່ວຍເຫຼືອຂອງໂຄງການແຜນງານພັດທະນາທ້ອງຖີ່ນລາວ 030 ຈາກລັດຖະບານລຸກຊຳບວກ ເປັນການຊ່ວຍເຫຼືອທາງດ້ານສຸຂະອະນາໄມບ້ານ ຈຳນວນ 110 ຫລັງຄາເຮືອນ,174 ຄອບຄົວ, ປະຊາກອນ 776 ຄົນ, ຍິງ 371 ຄົນ, ໃຫ້ປະຊາຊົນໄດ້ໃຊ້ນ້ຳອາດ ຖືກຕ້ອງຕາມຫຼັກອະນາໄມ ແລະ ເປັນການກະຕຸ້ນທ່າແຮງດ້ານເສດຖະກິດ-ສັງຄົມຂອງບ້ານໃຫ້ມີການຂະຫຍາຍຕົວ.

About admin11