ເປີດຂະບວນການແຂ່ງຂັນກິລາ ຕ້ອນຮັບບັ້ນເລືອກຕັ້ງ ສສຊ ຊຸດທີ 9 ແລະ ສສຂ ຊຸດທີ 2

ເພື່ອເປັນການສ້າງຂະບວນການສ້າງຂະບວນການຕ້ອນຮັບ ໃນບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 2 ໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນ ໃນຕອນບ່າຍຂອງວັນທີ 15 ກຸມພາ 2021 ຢູ່ເດີ່ນກິລາໂຮງຮຽນ ມ.ສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດການແຂ່ງຂັນກິລາບານເຕະຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງ, ຄູ-ອາຈານ, ນັກກິລາຈາກພາກສ່ວນຕ່າງໆ ແລະ ນ້ອງນັກນຽນ-ນັກສຶກສາ ເຂົ້າຮ່ວມ.

ການສ້າງຂະບວນການແຂ່ງຂັນກິລາໃນຄັ້ງນີ້ ມີທັງໝົດ 4 ປະເພດ ຄື: ກິລາເປຕັງ ( ໄດ້ສຳເລັດການແຂ່ງຂັນໄປແລ້ວ ແຕ່ວັນທີ 11-12 ກຸມພາ ), ກິລາດອກປີກໄກ່ ລຸ່ນອາວຸໂສການນໍາ ຍິງ-ຊາຍ, ຮຸ່ນຊາຍທົ່ວໄປ, ກິລາກະຕໍ້ ນັກຮຽນ ຍິງ-ຊາຍ ຈະໄດ້ແຂ່ງຂັນແຕ່ວັນທີ 16-19 ກຸມພານີ້ ແລະ ກິລາບານເຕະນັກຮຽນຊາຍ ແລະ ລຸ່ນຊາຍທົ່ວໄປ.

ສຳລັບການແຂ່ງຂັນກິລາບານເຕະ ມີທັງໝົດ 14 ທີມ ແບ່ງອອກເປັນ 2 ປະເພດ ຄື: ປະເພດນັກຮຽນຊາຍ ມີ 6 ໂຮງຮຽນມັດທະຍົມ, 1 ສະໂມສອນ ແລະ 1 ວິທະຍາໄລ: ມ.ສ ສີທ່ານາໄຊ, ມ.ສ ປາກງຽບ, ມ.ປາຍ ປາກຊັນ, ມ.ສ ປາກທວາຍ, ມ.ສ ໜອງບົວ, ມ.ສ ວຽງຄຳ ເມືອງປາກກະດິງ, ສະໂມສອນ ປາກຊັນເອຟຊີ ແລະ ວິທະຍາໄລຄອມບີດສ໌ ເຊິ່ງຈະໄດ້ແຂ່ງຂັນຢູ່ເດີ່ນກິລາ ມ.ສ ສີທ່ານາໄຊ, ປະເພດຊາຍທົ່ວໄປ ແມ່ນມາຈາກພະແນກການອ້ອມຂ້າງ ປະກອບມີ: ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ, ພິທີທີ ຫ້ວຍສຽດ, ລັດວິສາຫະກິດໄຟຟ້າ ສາຂາແຂວງບໍລິຄຳໄຊ, ປກສ ແຂວງ, ປ້ຳນ້ຳມັນແສນສຳລານ ລວມມີ 6 ທີມ ຈະໄດ້ແຂ່ງຂັນຢູ່ເດີ່ນກິລາບານເຕະ ເມືອງປາກຊັນ ໂດຍຈະເລີ່ມແຂ່ງຂັນແຕ່ວັນທີ 15 ຫາ 19 ກຸມພາ 2021 ຈຶ່ງຈະສໍາເລັດ.

About admins16