ເປີດຂະບວນການແກ້ໄຂບັນຫາຢາເສບຕິດ ຢູ່ບ້ານເມືອງຈຳ ເມືອງໄຊຈຳພອນ

     ໃນວັນທີ 27 ມີນາ 2022 ຢູ່ຫ້ອງການບ້ານເມືອງຈໍາ, ເມືອງໄຊຈຳພອນ, ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະບວນການແກ້ໄຂບັນຫາຢາເສບຕິດ ພາຍໃຕ້ການເປັນປະທານຂອງທ່ານ ທອງສຸກ ທິດສາທຳ ກຳມະການພັກເມືອງ, ຫົວໜ້າກອງບັນຊາການ ປກສ ເມືອງ, ໂດຍການເຂົ້າຮ່ວມຂອງ ທ່ານ ສ້ອຍມະນີ ຈັນເນັ່ງປາວ ຮອງເລຂາພັກເມືອງ, ປະທານກວດກາພັກ, ມີພະນັກງານກອງບັນຊາການ ປກສ ເມືອງ, ມີພາກສ່ວນທີ່ກ່ຽວຂ້ອງ, ນາຍບ້ານ, ບ້ານສົບຂອນ, ບ້ານໂພນເມືອງ, ການຈັດຕັ້ງ 5 ຕໍາແໜ່ງງານຂອງບ້ານເມືອງຈໍາ ແລະ ພໍ່ – ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

    ໃນພິທີ ທ່ານ ທອງສຸກ ທິດສາທໍາ ຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໄຊຈຳພອນ ເລກທີ 034/ຈມ ວ່າດ້ວຍການອະນຸມັດໃຫ້ເປີດກອງປະຊຸມຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂັ້ນເມືອງ ພ້ອມທັງນໍາເອກະສານກົດໝາຍຢາເສບຕິດບາງມາດຕາທີ່ຈໍາເປັນ ແລະ ມາດຕະການຕໍ່ຜູ້ພົວພັນຢາເສບຕິດ ທີ່ບໍ່ເຂົ້າຮ່ວມໂຄງການແກ້ໄຂຢາເສບຕິດ ນຳການຈັດຕັ້ງບ້ານ ແລະ ເຈົ້າໜ້າທີ່ຕຳຫຼວດ ໂດຍທ່ານໄດ້ຍົກໃຫ້ຮູ້ໃນມາດຕາ 314 ວ່າດ້ວຍການຜະລິດ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ຄອບຄອງ ຫຼື ນໍາເຮໂລອິນ, ມ໋ອກຟີ່ນ, ໂຄເຄນ ຜ່ານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່າກວ່າຮ້ອຍກຮາມ ຈະຖຶກລົງໂທດຕັດອິດສະຫລະພາບ ແຕ່ສິບປີ ຫາ ສິບຫ້າປີ ພ້ອມທັງຖຶກປັບໃໝ ແລະ ຈະຖຶກຢຶດຊັບ.

ຈາກນັ້ນ ຄະນະຮັບຜິດຊອບໄດ້ເກັບກຳຂໍ້ມູນຂື້ນບັນຊີບັນດາກຸ່ມເປົ້າໝາຍຜູ້ເສບຢາເສບຕິດ ແລະ ກຸ່ມຊື້ – ຂາຍ, ຂົນສົ່ງ ເພື່ອມາສຶກສາອົບຮົມ ພ້ອມທັງສ້າງບົດບັນທຶກປະຕິຍານຕົນໃຫ້ຢຸດການກະທຳ ແລະ ມອບໃຫ້  ປກສ ກຸ່ມ, ການຈັດຕັ້ງບ້ານຕິດຕາມ, ກວດກາ ແກ້ໄຂບັນຫາຢາເສບຕິດພາຍໃນບ້ານໃຫ້ຫຼຸດໜ້ອຍ ແລະ ຄ່ອຍໆໝົດໄປເທື່ອລະກ້າວ.

ຕອນທ້າຍພິທີ ໄດ້ຮັບຟັງການໂອ້ລົມຈາກ ທ່ານ ສ້ອຍມະນີ ຈັນເນັ່ງປາວ ໂດຍທ່ານໄດ້ເນັ້ນໃຫ້ອໍານາດການປົກຄອງບ້ານໂພນເມືອງ ເອົາໃຈໃສ່ຕໍ່ວຽກງານການປົກປັກຮັກສາ, ອະນຸລັກສາສະໜາດັ້ງເດີມ, ມອບໃຫ້ພໍ່ແມ່ປະຊາຊົນພາຍໃນສາມບ້ານ ໃຫ້ມີສ່ວນຮ່ວມເຂົ້າໃນວຽກງານຄັ້ງນີ້ໃຫ້ເຂັ້ມງວດ  ພ້ອມກັນນຳເອົາບຸກຄົນຢູ່ໃນບັນດາເປົ້າໝາຍມາສຶກສາອົບຮົມ.

 

About admin11