ເປັນປະຫວັດສາດ ບໍລິຄຳໄຊ ມີຜູ້ຕິດເຊື້ອພຸ່ງຂື້ນ 18 ກໍລະນີ ໃນວັນດຽວ

ຜົນວິເຄາະຫາເຊື້ອ ພະຍາດໂຄວິດ 19 ໃນວັນທີ 29 ກັນຍາ ວານນີ້ ໄດ້ພົບເຊື້ອທັງໝົດ 18ຄົນ ໃນນັ້ນຊູມຊົນ 15ຄົນ , ນຳເຂົ້າ 3ຄົນ ລະອຽດດັ່ງນີ້:
1 ເພດຍີງ ອາຍຸ 53 ປີ ບ້ານສີມູງຄູນ, ມ ປາກຊັນ, 2 ເພດຍີງ ອາຍຸ 7 ປີ ນັກຮຽນ, ບ້ານຫ້ວຍໄຮ, ມ ປາກກະດີງ ຈຳກັດສູນ ມຕົ້ນໂພນສີ,  ເພດຊາຍ ທັງໝົດ 13 ຄົນ ໃນນັ້ນສັນຊາດຈີນ 3 ຄົນ, ຄົນລາວ 10 ຄົນ, ເປັນກຳມະກອນປະຈຳເຂື່ອນເທີນ1 ເມືອງ ປາກກະດິງ ແລະ ກໍລະນີນຳເຂົ້ານຳເຂົ້າ 3 ຄົນ ເປັນແຮງງານມາແຕ່ແຂວງອຸດອນທານີ ປະເທດໄທ, ເພດຊາຍ ອາຍຸ 41 ປີ, ເພດຍິງ ອາຍຸ 39 ປີ ປະຊາຊົນ ບ້ານນາເດື່ອ, ມ ຄໍາເກີດ ຈຳກັດໃນສູນໜອງສາມຂາ, ເພດຊາຍ, ອາຍຸ 25ປີ, ບ້ານຈອມທອງ ມ ວຽງທອງ ຈຳກັດໃນສູນໃນສູນໜອງສາມຂາ ປະຈຸບັນຄົນເຈັບເຂົ້າຮັບການປີ່ນປົວ ຢູ່ສູນປີ່ນປົວສູນຊາວໝຸ່ມ 30 ຄົນ, ຢູ່ສູນ ຫຼັກ 6 ຈໍານວນ 04 ຄົນ, ປິ່ນປົວຢູ່ເຂື່ອນນໍ້າເທີນ1 ຈໍານວນ 23 ຄົນ.

About admin11