ເຕະບານມິດຕະພາບ ລະຫວ່າງ ນັກສຶກສາໂຮງຮຽນການເມືອງ-ການປົກຄອງ ລຸ້ນ14 ກັບ ໂຮງໝໍແຂວງ

ໃນວັນທີ 12 ມິຖຸນາ 2020 ທີ່ເດີ່ນເຕະບານ ຈາລະນາ ໄດ້ຈັດກິດຈະກຳເຕະບານມິດຕະພາບ ລະຫວ່າງ ນັກສຶກສາໂຮງຮຽນການເມືອງ-ການປົກຄອງ ລຸ້ນທີ່ 14 ກັບ ພະນັກງານໂຮງໝໍແຂວງບໍລິຄຳໄຊ.

 
ການຈັດກິດຈະກໍາດັ່ງກ່າວ ແມ່ນເພື່ອສ້າງຂະບວນການ ຮັດແໜ້ນຄວາມສາມັກຄີ ລະຫວ່າງ ນັກສຶກສາໂຮງຮຽນການເມືອງ-ການປົກຄອງແຂວງ ລຸ່ນ 14 ກັບ ພະນັກງານໂຮງໝໍແຂວງ, ທັງນີ້ ກໍເພື່ອພົບປະສັງສັນ, ສ້າງຄວາມສາມັກຄີຮັກແພງ ເຊິ່ງກັນ ແລະ ກັນ ພ້ອມກັນນັ້ນ ກໍເພື່ອແລກປ່ຽນທັກສະການຫຼິ້ນກິລາບານເຕະນຳກັນອີກດ້ວຍ.

ກິດຈະກຳເຕະບານມິດຕະພາບໃນຄັ້ງນີ້ ເຕັມໄປດວ້ຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ ແລະ ຜົນການແຂ່ງຂັນ ແມ່ນນັກສຶກສາໂຮງຮຽນການເມືອງ-ການປົກຄອງ ເອົາຊະນະ ໂຮງໝໍແຂວງດ້ວຍຄະແນນ 6/3 ໃຫ້ກຽດເຂົ້າຮ່ວມຊົມ ແລະ ເຊຍການແຂ່ງຂັນບານເຕະຄັ້ງນີ້ ມີຄະນະນໍາໂຮງຮຽນການເມືອງ-ການປົກຄອງ, ໂຮງໝໍ ແລະ ພ້ອມດ້ວຍພະນັກງານແພດໝໍ.

About admin12