ເຊື່ອມຊືມເອກະສານ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ສອງໜ່ວຍພັກຂອງເມືອງບໍລິຄັນ

 

ບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງໜ່ວຍພັກ ບ້ານໃຫຍ່ຜາເມືອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນ ໃນວັນທີ 24 ພະຈິກ 2020  ທີ່ສະໂມສອນຂອງບ້ານ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ວາລີ ສຸດທະວົງ ຮອງເລຂາພັກເມືອງ.

ກອງປະຊຸມ ໄດ້ເຊື່ອມຊືມຄໍາສັ່ງຂອງກົມການເມືອງສູນກາງພັກເລກທີ່ 01/ກມສພ, ລົງວັນທີ່ 3 ມັງກອນ 2018, ຄໍາສັ່ງຂອງຄະນະປະຈໍາພັກແຂວງເລກທີ່ 827/ຄປພ, ຂບຊ, ລົງວັນທີ່ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ການກວດກາໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ່ 291/ຄຈສພ, ລົງວັນທີ່ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ເຊິ່ງ ສະຫາຍ ນາງ ວາລີ ສຸດທະວົງ ໄດ້ຍົກໃຫ້ເຫັນເນື້ອໃນທີ່ສຳຄັນບາງຕອນ ວ່າ: ຜ່ານການຈັດຕັ້ງປະຕິບັດໃນຊຸມປີຜ່ານມາເຫັນວ່າ ຄະນະພັກແຕ່ລະຂັ້ນຈໍານວນຫຼາຍ ແມ່ນມີຄວາມເປັນເຈົ້າການເອົາໃຈໃສ່ນໍາພາ – ຊີ້ນໍາກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງຖືກຕ້ອງສອດຄ່ອງກັບເນື້ອໃນມາດຖານທີ່ກໍານົດໃວ້ ໃນນີຕິກໍາຂອງສູນກາງ ແລະ ແຂວງວາງອອກໄດ້ດີ.

ແຕ່ຄຽງຄູ່ກັນນັ້ນ ຍັງມີບາງຄະນະພັກ, ໜ່ວຍພັກ ບໍ່ທັນເປັນເຈົ້າການໃນການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນບາດກ້າວ, ຂັ້ນຕອນ ວິທີການ ມາດຕະການ ແລະ ມີບາງດ້ານ ບໍ່ທັນເປັນເອກະພາບ ເຮັດໃຫ້ການປະເມີນ ຕີລາຄາຄຸນນະພາບ, ແບ່ງປະເພດໜ່ວຍພັກ, ສະມາຊິກພັກ ພົບຂໍ້ຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະແມ່ນ ໜ່ວຍພັກບ້ານ, ສະນັ້ນ ເພື່ອຄວາມເປັນເອກະພາບໃນການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄະນະປະຈໍາພັກແຂວງບໍລິຄໍາໄຊ ຈື່ງໄດ້ອອກຄໍາສັ່ງເພີ່ມເຕີມ ທັງນີ້ ກໍ່ເພື່ອເຮັດໃຫ້ການກວດກາໜ່ວຍພັກແຕ່ລະຂັ້ນ ໃຫ້ມີຄວາມເໜາະສົມ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ເຮັດໃຫ້ວຽກງານກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວເມືອງສໍາເລັດຕາມລະດັບຄາດໝາຍທີ່ວາງໃວ້.

ໃນຊ່ວງວັນທີ່ 18 ພະຈິກ 2020 ກອງບັນຊາການ ປກສ ເມືອງບໍລິຄັນ ກໍ່ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງດັ່ງກ່າວນີ້ເຊັ່ນກັນ ໂດຍການເປັນປະທານ ຂອງສະຫາຍ ພັທ ແກ້ວສຸວັນ ວັນນະແຝງ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ.

ພາຍຫຼັງສຳເລັດການເຊື່ອມຊືມເອກກະສານຕ່າງໆແລ້ວ ບັນດາສະຫາຍສຳມາຊິກພັກ ໄດ້ຂຽນໃບສຳຫຼວດຕົນເອງ ພ້ອມທັງຜ່ານໃບສຳຫຼວດ ເພື່ອຕີລາຄາຕົນເອງ ແລະ ສົ່ງຂ່າວ, ຕໍານິຕິຊົມສໍາມາຊິກພັກພາຍໃນໜ່ວຍ ແລະ ກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ພ້ອມນັ້ນ ກໍ່ຍັງມີການຈັດແບ່ງປະເພດສຳມາຊິກພັກ ໂດຍອີງໃສ 05 ເນື້ອໃນຂອງພັກວາງອອກໃຫ້ຖືກຕ້ອງ ແລະ ສອດຄ່ອງ ກັບສະພາບຄວາມເປັນຈິງ ເພື່ອໃຫ້ຂັ້ນເທີງ ຄົ້ນຄ້ວາພິຈາລະນາ ຮັບຮອງເອົານາມມະຍົດ ໜ່ວຍພັກປອດໃສ, ເຂັມແຂງ, ໜັກແໜ້ນ ປະຈຳປີ 2020.

About admin11