ເຊື່ອມຊຶມບົດແນະນຳຂອງຄະນະສູນກາງພັກ ສະບັບເລກທີ 194/ຄກສພ ແລະ ຄຳສັ່ງເຈົ້າແຂວງ

           ໃນຕອນເຊົ້າຂອງວັນທີ 25 ພະຈິກ 2021ນີ້ ຢູ່ທີ່ ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມບົດແນະນຳຂອງຄະນະສູນກາງພັກ ສະບັບເລກທີ 194/ຄກສພ, ດຳລັດສະບັບເລກທີ 184/ລບ, ຄຳສັ່ງແນະນຳຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 12/ຂບຊ, ລົງວັນທີ 07 ສິງຫາ 2019 ແລະ ຄຳສັ່ງແນະນຳຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 21/ຂບຊ. ໂດຍການເຂົ້າຮ່ວມ, ເຊື່ອມຊຶມເອກະສານ ບົດແນະນຳຂອງຄະນະສູນກາງພັກ ສະບັບເລກທີ 194/ຄກສພ ຂອງທ່ານ ພິສິດ ອິນບຸນພອນ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການຄະນະຈັດຕັ້ງເມືອງ ໂດຍທ່ານໄດ້ຍົກບາງບັນຫາ ວ່າດ້ວຍການຈັດຕັ້ງປະຕິບັດ ກົດລະບຽບຂອງພັກ ສະໄໝທີ IX ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ ແລະ ຄະນະວິໄນຂອງແຕ່ລະຂັ້ນຂອງເມືອງໄຊຈຳພອນພວກເຮົາ ຕໍ່ກັບການເພີ່ມທະວີຄວາມເປັນເອກະພາບໃນການປັບປຸງກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາ ພ້ອມດ້ວຍວິທີການຈັດຕັ້ງປະຕິບັດ ຄະນະພັກ, ຄະນະກວດກາແຕ່ລະຂັ້ນ ໃຫ້ນຳເອົາບົດເນາະນຳສະບັບນີ້ ໄປເຜີຍແຜ່ໃຫ້ທົ່ວເຖິງ, ຄົ້ນຄວ້າ, ເຊື່ອມຊຶມເນື້ອໃນຢ່າງເລິກເຊີ່ງ ແລະ ເປັນເຈົ້າການຈັດຕັ້ງປະຕິບັດຢ່າງເຂັ້ມງວດໃຫ້ຖຶກຕ້ອງຕາມລະບຽບພັກ,

           ຈາກນັ້ນກອງປະຊຸມກໍ່ໄດ້ສຶບຕໍ່ເຜີຍແຜ ຄຳສັ່ງຂອງທ່ານເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ທີ່ດິນໃນທົ່ວແຂວງ ໂດຍທ່ານ ສີໄຄ ສິນທະນູສອນ ຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ທ່ານໄດ້ໃຫ້ຮູ້ກົດລະບຽບວ່າດ້ວຍທີ່ດິນໃຫ້ແກ່ບຸກຄົນ, ນິຕິບຸກຄົນ, ສິດ ແລະ ພາລະບົດບາດ ໃນການຄຸ້ມຄອງທີ່ດິນ ຕາມທີ່ລະບຸໄວ້ໃນລະບຽບທີ່ດິນສະບັບປັບປຸງ ມາດຕາ 171 ສິດ ແລະ ໜ້າທີ່ຂອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດອ້ອມ ຂັ້ນບ້ານ, ຂໍ້ຫ້າມໃນການນຳເອົາທີ່ດິນລັດ ທີ່ຂື້ນບັນຊີ ແລະ ຍັງບໍ່ທັນຂື້ນບັນຊີ ມາຈັດສັນແບ່ງປັນ, ໃຫ້ເຊົ່າ, ແລກປ່ຽນກັບໂຄງການກໍ່ສ້າງ ມາເປັນຂອງບຸກຄົນເດັດຂາດ, ຫ້າມບຸກຄົນ, ນິຕິບຸກຄົນ ມີພຶດຕິກຳທີ່ຄັດຕໍ່ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ມາດຕາ 159 ຂໍ້ຫ້າມສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕາມມາດຕາ 160 ສຳລັບເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງ, ການຄຸ້ມຄອງທີ່ດິນອ່າງຮັບນ້ໍາທໍາມະຊາດເຊັ່ນ: ໜອງ, ບຶງ, ອື່ນໆ ທີ່ເກີດຕາມທໍາມະຊາດ ຫ້າມບຸກຄົນເຂົ້ານຳໃຊ້ທີ່ດິນ ແລະ ປ່ຽນແປງສະພາບຂອງບໍລິເວນນ້ຳ ແລະ ຫ້າມການລົງລາຍເຊັນໃນການຢັ້ງຢືນການຊື້-ຂາຍ, ການໂອນດິນທີ່ບໍ່ຖຶກຕ້ອງຢ່າງເດັດຂາດ,

About admin11