ຈ່ອຍໃຈດີ ຈະສໍາຫຼວດໂຄງການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ ” ຕາດຖຳ້ພະ ” ຕິດພັນກັບວັດທະນາທຳ

ພິທີເຊັນບົດບັນທຶກ ( MOU ) ວ່າດ້ວຍການສຶກສາຄວາມເປັນໄປໄດ້ໃນການລົງທຶນ ເພື່ອພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດ ຕາດຖຳ້ພະ ຕິດພັນກັບວັດທະນະທຳ ຢູ່ບ້ານກ້ວຍອຸດົມ ແລະ ບ້ານຫ່າງຊິງສະຫວ່າງ ເມືອງປາກຊັນແຂວງບໍລິຄຳໄຊ ລະຫວ່າງແຂວງບໍລິຄຳໄຊ ແລະ ວິສາຫະກິດສ່ວນບຸກຄົນ ຈ່ອຍໃຈດີ ບໍລິການສ້ອມແປງ ແລະ ຂາຍເຄື່ອງອາໄຫຼ່ລົດໃຫຍ່ທົ່ວໄປ ເຊີ່ງໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດ 2022 ຢູ່ຫ້ອງປະຊຸມພະແນກແຜນການ – ການລົງທຶນແຂວງ,  ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ຜູ້ຊີ້ນຳຂົງເຂດເສດຖະກິດ, ມີບັນດາຕ່າງໜ້າຈາກພະແນກການ, ເຈົ້າເມືອງປາກຊັນ ແລະ ທັງສອງຝ່າຍ ເຂົ້າຮ່ວມ.

ວິສາຫະກິດສ່ວນບຸກຄົນ ຈ່ອຍໃຈດີ ບໍລິການຂາຍອາໄຫລ່ ແລະ ສ້ອມແປງລົດໃຫຍ່ ມີຄວາມສົນໃຈ ແລະ ຕ້ອງການສຳຫຼວດ ເພື່ອພັດທະນາແຫຼ່ງທ່ອງທ່ຽວທຳມະຊາດຕາດຖຳ້ພະ ຕິດພັນກັບວັດທະນະທຳເຂດບ້ານດັ່ງກ່າວ ໃນເນື້ອທີ່ 40 ເຮັກຕາ ເຊີ່ງຈະໃຊ້ໄລຍະເວລາສຳຫຼວດ 6 ເດືອນ.

ຈຸດປະສົງ ເພື່ອພັດທະນາເຂດດັ່ງກ່າວ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ທີ່ຕິດພັນກັບວັດທະນະທຳ ເຊັ່ນ: ວິຖີຊີວິດໃນການທຳມາຫາກິນ, ການປູກຝັງ, ການລ້ຽງສັດ ຂອງປະຊາຊົນທ້ອງຖີ່ນ  ເຊິ່ງໂຄງການດັ່ງກ່າວ ຈະເປັນບ່ອນສ້າງລາຍຮັບ ໃຫ້ແກ່ຜູ້ປະກອບການ ແລະ ວຽກເຮັດງານທຳໃຫ້ແກ່ປະຊາຊົນ ຢູ່ເຂດໄກ້ຄຽງ ອີກດ້ວຍ.

ຮ່ວມລົງນາມ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງ ເຊັນໂດຍທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ – ການລົງທຶນແຂວງ, ຝ່າຍຜູ້ລົງທຶນສຳຫຼວດ ເຊັນໂດຍ ທ່ານ ຈັນທະພອນ ພັນທະວົງສາ ຜູ້ອຳນວຍການວິສາຫະກິດສ່ວນບຸກຄົນຈ່ອຍໃຈດີ ບໍລິການສ້ອມແປງ ແລະ ຂາຍເຄື່ອງອາໄຫຼ່ລົດໃຫຍ່ທົ່ວໄປ.

About admins14