ເຊັນສັນຍາຮ່ວມມື ດ້ານວິຊາການ ລະຫວ່າງ ຄະນະວິທະຍາສາດທຳມະຊາດມະຫາວິທະຍາໄລແຫ່ງຊາດ – ວິທະຍາໄລພຽນຈະເລີນ

   ພິທີເຊັນສັນຍາ ວ່າດ້ວຍການຮ່ວມມືດ້ານວິຊາການ ລະຫວ່າງ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ກັບ ວິທະຍາໄລພຽນຈະເລີນ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ 15 ມັງກອນ 2022 ຢູ່ທີ່ ວິທະຍາໄລພຽນຈະເລີນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ ປອ ບຸນຜັນ ຕົ້ນແພງ ຮັກສາການຄະນະບໍດີ, ທ່ານ ຄຳປຸ່ນ ລັດຕະນະເດດ ຜູ້ປະກອບການ ວິທະຍາໄລພຽນຈະເລີນ ພ້ອມດ້ວຍຄະນະທີມງານ, ຄູ – ອາຈານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

   ພິທີເຊັນສັນຍາການຮ່ວມມື ລະຫວ່າງ ຄະນະວິທະຍາສາດທຳມະຊາດຈາກມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລພຽນຈະເລີນ ຈະເປັນບາດກ້າວເບື້ອງຕົ້ນແຫ່ງຄວາມຫວັງ ໃນການພັດທະນາວິທະຍາໄລພຽນຈະເລີນ ໃຫ້ກ້າວສູ່ລະດັບໃໝ່ – ຄຸນນະພາບໃໝ່, ເພື່ອເປັນການສົ່ງເສີມ ແລະ ສະໜັບສະໜຸນການພັດທະນາບຸກຄະລາກອນ, ຫຼັກສູດ, ການສິດສອນ ແລະ ກິດຈະກໍາການສຶກສາ, ປະເມີນຫຼັກສູດການສຶກສາ ລະດັບຊັນສູງ (ອະນຸປະລິນຍາ) ສາຂາວິຊາຄອມພິວເຕີ – ເຕັກໂນໂລຢີຂໍ້ມູນຂ່າວສານ (ຄອມພິວເຕີ – ໄອທີ) ຂອງວິທະຍາໄລພຽນຈະເລີນ ທີ່ໄດ້ຮັບອະນຸມັດນໍາໃຊ້ຈາກກົມອາຊີວະສຶກສາມາແລ້ວ ສາມາດເຊື່ອມຕໍ່ກັບຫຼັກສູດຕໍ່ເນື່ອງປະລິນຍາຕີ ສາຂາ ວິທະຍາສາດຄອມພິວເຕີ ຂອງພາກວິຊາວິທະຍາສາດຄອມພິວເຕີ ມະຫາວິທະຍາໄລແຫ່ງຊາດໄດ້.

 

About admins16