ເຊັນສັນຍາສໍາປະທານໂຄງການຂຸດຄົ້ນແກ້ວການຊິດ ແລະ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼ່ງທ່ອງທ່ຽວຕາດທອນ

ພິທີເຊັນສັນຍາສໍາປະທານຂຸດຄົ້ນຫີນແກ້ວການຊິດ ໄດ້ຈັດຂຶ້ນໃນວັນທີ 7 ເມສາ 2022 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ຕາງໜ້າອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ພັດສອນ ຈັນທິວົງ ອໍານວຍການບໍລິສັດ ໂລໂກສ ຈໍາກັດຜູ້ດຽວ, ຊ້ອງໜ້າໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດດັ່ງກ່າວ ມີຄວາມຕ້ອງການສໍາປະທານຂຸດຄົ້ນຫີນແກ້ວການຊິດ ຢູ່ເຂດບ້ານຄໍາມ່ວນ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໃນເນື້ອທີທັງໝົດ 4 ເຮັກຕາ, ອາຍຸການສໍາປະທານ 5 ປີ ແລະ ມູນຄ່າການລົງທຶນປະມານ 6 ລ້ານກວ່າໂດລາ.

ໂອກາດດຽວກັນຍັງໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການລົງທຶນພັດທະທະນາແຫຼ່ງທ່ອງທ່ຽວທໍາມະຊາດຕາດທອນ ແບບອະນຸລັກທຳມະຊາດ ໂດຍປະຊາຊົນມີສ່ວນຮ່ວມ ຢູ່ເຂດບ້ານນາພົງ ເມືອງປາກກະດິງ ຕາງໜ້າອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ພັດສອນ ຈັນທິວົງ ອໍານວຍການບໍລິສັດ ໂລໂກສ ຈໍາກັດຜູ້ດຽວ.

ສໍາລັບໃນໄລຍະເວລາຂອງການສໍາຫຼວດແມ່ນ 180 ວັນ ຫຼື 6 ເດືອນ ເຊິ່ງປະຈຸບັນບໍລິສັດມີຄວາມພ້ອມ ທີ່ຈະຈັດຕັ້ງປະຕິບັດໂຄງການໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ ໂດຍສະເພາະແມ່ນປະຕິບັດຕາມເນື້ອໃນບົດບັນທຶກສະບັບນີ້ຢ່າງເຂັ້ມງວດ.

About admins14