ເຈົ້າໜ້າທີ່ ປກສ ແຂວງບໍລິຄໍາໄຊ ມອບລົດຈັກ 03 ຄັນທີ່ເກັບກູ້ໄດ້ ຄືນເຈົ້າຂອງເດີມ

ເຈົ້າໜ້າທີ່ພະແນກສືບສວນ – ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ: ໃນຄັ້ງວັນທີ 08 ເມສາ 2022 , ມີກຸ່ມຄົນຈໍານວນໜື່ງ ມີການຊື້ – ຂາຍລົດຈັກເວບ 100 ທີ່ບໍ່ມີເອກະສານຖືກຕ້ອງຕາມກົດໝາຍ ຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ, ພາຍຫຼັງໄດ້ຮັບແຈ້ງຄວາມ ກໍ່ໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະພະແນກສຶບສວນ – ສອບສວນ ສົົມທົບກັບ ປກສ ເມືອງປາກຊັນ ແລະ ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງ ຄໍາເກີດ ເພື່ອກວດກາເກັບກໍາຂໍ້ມູນ ເຫັນວ່າມີມູນຄວາມຈີງແທ້, ຕົກມາຮອດວັນທີ 09 ເມສາ 2022 ເວລາປະມານ 16 ໂມງ ຈື່ງເຂົ້າກັກຕົວ ທ້າວ ສຸວັນ ແສງມະນີ ອາຍຸ 49 ປີ ອາຊີບຄ້າຂາຍ ຢູ່ບ້ານ ທົ່ງຈະເລີນ ເມືອງຄໍາເກີດ ມາທໍາການສອບສວນ ພ້ອມທັງເກັບກູ້ລົດໄດ້ຈໍານວນ 03 ຄັນ, ເພື່ອມາປະກາດຫາເຈົ້າຂອງລົດ ນໍາເອົາເອກະສານທີ່ຖືກຕ້ອງມາຢັ້ງຢືນຮັບເອົາ.

ໃນນີ້ມີ ລົດຈັກເວບ100 ຍີຫໍ້ຮອນດ່າ ສີຟ້າດໍາ, ເລກຈັກ AH15E2315622, ເລກຖັງRP2HA1500MC315622 ເລກທະບຽນ ຕຄ 7236 ກໍາແພງນະຄອນ, ລົດຈັກ ຊູມເມີເອັກ ສີແດງດໍາ, ເລກຈັກ JF62E3202702, ເລກຖັງMLHJF6231J5202702 ເລກທະບຽນ ດຣ 2662 ກໍາແພງນະຄອນ ແລະ ລົດຈັກເວບ100 ຍີຫໍ້ຮອນດ່າ ສີຟ້າດໍາ, ເລກຈັກAH15E2328849, ເລກຖັງRP2HA1500MC328849ເລກທະບຽນ ຕຄ 6612 ກໍາແພງນະຄອນ ແລະ ຜູ້ກ່ຽວຮັບສາລະພາບວ່າ: ຕົນເອງໄດ້ເປີດຮ້ານຊື້ – ຂາຍລົດມືສອງ ທີ່ບໍ່ມີເອກະສານ ມາແຕ່ປີ 2021.

ຜ່ານການສຶບສວນ – ສອບສວນ ເກັບກໍາຂໍ້ມູນຫຼັກຖານ ເຫັນວ່າ ທ້າວ ສຸວັນ ແສງມະນີ ແມ່ນມີເຈດຕະນາຮັບຊື້ – ຂາຍລົດທີ່ບໍ່ມີເອກະສານທີ່ຜິດກົດໝາຍແທ້ ເຊີ່ງສະແດງອອກໃນການຕິດຕໍ່ຊື້ – ຂາຍລົດຈັກຕາມເຟສບຸກ ເພື່ອຫາຜົນກໍາໄລ, ການກະທໍາຂອງຜູ້ກ່ຽວແມ່ນຜິດຕໍ່ກົດໝາຍອາຍາມາດຕາ 244 ແຫ່ງ ສປປ ລາວ ສະບັບປັບປຸງໃໝ່ປີ 2017 ເຊີ່ງໄດ້ສ້າງຄວາມເສຍຫາຍໃຫ້ບຸກຄົນອື່ນ, ເປັນແຮງຈູງໃຈໃຫ້ພວກບໍ່ດີສວຍໂອກາດເກີດມີແນວຄິດຂີ້ລັກ, ງັດແງະ ລັກລົດເພື່ອມາຂາຍ, ເຮັດໃຫ້ສັງຄົມບໍ່ເປັນລະບຽບຮຽບຮ້ອຍ, ບໍ່ມີຄວາມສະຫງົບສຸກ.

ປັດຈຸບັນ ເຈົ້າໜ້າທີ່ໄດ້ກັກຕົວ ທ້າວ ສຸວັນ ແສງມະນີ ເພື່ອດໍາເນີນຄະດີ ແລະ ສະຫຼຸບສໍານວນຄະດີສົ່ງໃຫ້ອົງການໄອຍະການ ປະຊາຊົນແຂວງບໍລິຄໍາໄຊ ສຶບຕໍ່ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ, ສ່ວນພວກທີ່ລັກລົດມາຂາຍນັ້ນແມ່ນໄດ້ເອົາຕົວລົບໜີ, ເຈົ້າໜ້າທີ່ພວມຕິດຕາມນໍາຈັບຕົວມາລົງໂທດຕາມກົດໝາຍ.

ໃນຕອນບ່າຍ ວັນທີ 04 ກໍລະກົດ 2022 ພະແນກ ສືບສວນ – ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ຈື່ງໄດ້ຈັດພິທີມອບ – ຮັບ ລົດຈັກ ຈໍານວນ 03 ຄັນດັ່ງກ່າວ, ທີ່ເກັບກູ້ໄດ້ຈາກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ, ຕາງໜ້າກ່າວມອບໂດຍ ທ່ານ ຮ້ອຍເອກ ແກມເບີ້ນ ພົມມະຈັນ ຫົວໜ້າກອງນິຕິວິທະຍາ ພະແນກສຶບສວນ – ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງ, ຕາງໜ້າຮັບໂດຍ ທ່ານ ຫວັນ ສີວັນນະເລດ ອາຊີບ ຄ້າ – ຂາຍ ຢູ່ບ້ານອາກາດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ມີພະນັກງານ – ພາກສ່ວນທີ່ກ່ຽວຂ້ອງ ແລະ ເຈົ້າຂອງລົດຈໍານວນດັ່ງກ່າວ ເຂົ້າຮ່ວມ.

About admins16