ເຈົ້າໜ້າທີ່ ປກສ ເມືອງ ທ່າພະບາດ ຈັບກຸ່ມຄ້າ – ຂາຍຢາເສບຕິດ ພ້ອມຂອງກາງຢາບ້າ 700 ກ່ວາເມັດ

ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ເມືອງທ່າພະບາດ ແຂວງບໍລິຄາໄຊ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ພົບເຫັນກຸ່ມຄົນຈໍານວນໜື່ງ ມີການເຄື່ອນໄຫວຄ້າ – ຂາຍ ຢາເສບຕິດ ຢູ່ບໍລິເວນເຂດບ້ານທວາຍໃຫຍ່, ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ໄດ້ລົງຕິດຕາມກວດກາສະຖານທີ່ດັ່ງກ່າວ ເຫັນວ່າມີມູນຄວາມຈີງແທ້  ຈຶ່ງໄດ້ເຂົ້າກວດຄົ້ນ ແລະ ກັກຕົວເປົ້າໝາຍ 03 ຄົນ ພ້ອມຂອງກາງຢາບ້າ ຈໍານວນ 722 ເມັດ.

ໃນນັ້ນ ກັກຕົວ ທ້າວ ຫົກ ອາຍຸ 35 ປີ, ອາຊີບເຮັດນາ ຢູ່ບ້ານ ທວາຍໃຫ່ຍ ພ້ອມຂອງກາງຢາບ້າ 715 ເມັດ, ທ້າວ ນົງຄານ ອາຍຸ 43 ປີ, ອາຊີບເຮັດນາ ຢູ່ບ້ານ ນາໄຊ, ຂອງກາງ ຢາບ້າ 05 ເມັດ ແລະ ທ້າວ ຈ່ອຍ ອາຍຸ 44 ປີ, ອາຊີບເຮັດນາ ຢູ່ບ້ານ ທວາຍໃຫຍ່ ຂອງກາງ ຢາບ້າ 02 ເມັດ, ທັງ 03 ຄົນ ແມ່ນຢູ່ ເມືອງທ່າພະບາດ ແຂວງບໍລິຄໍາໄຊ.

ຜ່ານການສຶບສວນ – ສອບສວນ, ເກັບກໍາຂໍ້ມູນຫຼັກຖານ, ທ້າວ ຫົກ ໄດ້ໃຫ້ການຮັບສາລະພາບວ່າ: ວັນທີ 24 ຕຸລາ 2022 ຕົນເອງໄດ້ໂທລະສັບຫາທ້າວ ກໍ ( ນາມສົມມຸດ ) ອາຍຸ 50 ປີ ຢູ່ບ້ານທວາຍໃຫຍ່ ເພື່ອຊື້ຢາບ້າ, ຫລັງຈາກນັ້ນ ກໍ່ໄດ້ຂີ່ລົດໄປຫາຜູ້ກ່ຽວ ແລ້ວຊື້ຢາຈຳນວນ 715 ເມັດ ດ້ວຍເງິນ 4,400,000 ກີບ, ຈາກນັ້ນ ທ້າວ ຫົກ ໄດ້ໂທຫາພວກຮ່ວມຂະບວນການ ໃຫ້ມາເອົາຢາບ້າຢູ່ສວນຢາງພາລາ ຄຸ້ມບ້ານ ທວາຍໃຫຍ່ ເມື່ອໄປຮອດຈຶ່ງຖືກເຈົ້າໜ້າທີກັກຕົວ ພ້ອມຂອງກາງຢາບ້າຈໍານວນ 715 ເມັດ, ມາດໍາເນີນຄະດີຕາມລະບຽບກົດໝາຍ.

ທ້າວ ຫົກ ຍັງໄດ້ໃຫ້ການຕື່ມວ່າ: ເຄີຍພົວພັນຊື້ຢາບ້ານໍາທ້າວ ກໍ (ນາມສົມມຸດ) ມາແລ້ວຈໍານວນ 03 ຄັ້ງ, ຊື້ຄັ້ງລະ 01 – 04 ຖົງ ເພື່ອມາຂາຍໃຫ້ກຸ້ມໄວລຸ່ນເຂດໃກ້ຄຽງ, ສ່ວນທ້າວ ນົງຄານ ໃຫ້ການຮັບສາລະພາບວ່າ ຕົນເອງໄດ້ເລີ່ມຊື້ຢາບ້າ ນໍາພວກຮ່ວມຂະບວນການມາຂາຍແຕ່ວັນທີ 10 ຕຸລາ 2022 ຊື້ຄັ້ງລະ 200 ເມັດໃນລາຄາ 600,000 ກີບ ເພື່ອມາຂາຍໃຫ້ໄວລຸ້ນເຂດບ້ານໃກ້ຄຽງໃນລາຄາເມັດລະ 10,000 ກີບ ແລະ ທ້າວຈ່ອຍ ໃຫ້ການຮັບສາລະພາບວ່າ ໄດ້ເລີ່ມເສບຢາເສບຕິດ (ຢາບ້າ) ມາແຕ່ປີ 2015 ຈົນຮອດປະຈຸບັນ ວັນທີ 24 ຕຸລາ 2022 ໄດ້ໄປຊື້ຢາບ້ານໍາທ້າວ ຄໍ (ນາມສົມມຸດ) ປະຊາຊົນ ບ້ານ ທວາຍໃຫຍ່ ຈໍານວນ 02 ເມັດ ໃນລາຄາ 20,000 ກີບ ແຕ່ບໍທັນໄດ້ເສບ ແລະ ໄດ້ຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງຢາບ້າຈໍານວນ 02 ເມັດ.

ຈາກຄໍາຮັບສາລະພາບຂອງຜູ້ກະທໍາຜິດທັງ 03 ຄົນ ເຫັນວ່າ ພວກທ້າວ ຫົກ ແລະ ທ້າວ ນົງຄານ ປັນການກະທໍາຜິດທາງອາຍາ ໃນສະຖານການຄ້າ – ຂາຍຢາເສບຕິດ (ປະເພດຢາບ້າ) ໂດຍເຈດຕະນາແທ້ ເຊີ່ງເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ ແລະ ບໍ່ມີຄວາມສະຫງົບ, ສະເພາະທ້າວ ຈ່ອຍ ແມ່ນການມີໄວ້ໃນຄອບຄອງຢາເສບຕິດປະເພດຢາບ້າ ເພື່ອເສບເຊີ່ງກໍານົດໄວ້ໃນມາດຕາ 320 ຂອງປະມວນກົດໝາຍອາຍາແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວສະບັບປັບປຸງປີ 2017 ເຊີ່ງຈະຕ້ອງໄດ້ດໍາເນີນຄະດີຕາມຂັ້ນຕອນຢ່າງເຂັ້ມງວດ.

About admins14