ເຈົ້າໜ້າທີ່ ປກສ ລົງເຜີຍແຜ່ວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ບໍລິສັດອິນຊີທອງການຄ້າ

ເພື່ອຮັກສາໄດ້ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຫຼີກລ່ຽງຈາກຜົນເສຍເຫຍ ຈາກການເກີດອັກຄີໄພ ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານ ຊັບສີນ, ສຸຂະພາບ ແລະ ຊີວິດ ຂອງປະຊາຊົນບັນດາເຜົ່ານັ້ນ, ຕອນເຊົ້າ ວັນທີ 18 ກໍລະກົດ 2022 ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ປກສ ແຂວງ ບໍລິຄໍາໄຊ, ໄດ້ສຶບຕໍ່ລົງເຄື່ອນໄຫວໂຄສະນາເຜີຍແຜ່ຝຶກອົບຮົມວຽກງານ ສະກັດກັ້ນ ແລະ ຕ້ານ ອັກຄີໄພ ຢູ່ບໍລິສັດອິນຊີທອງການຄ້າ ແຂວງ ບໍລິຄໍາໄຊ. ນໍາໂດຍ ທ່ານ ພັນໂທ ຄອນສະຫວັນ ຈະເລີນສຸກ ຮັກສາການຫົວໜ້າພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ປກສ ແຂວງ, ພ້ອມທີມງານ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວສອນ ສຸຈິນດາ ຜູ້ຈັດການບໍລິສັດອິນຊີທອງການຄ້າ ແຂວງ ບໍລິຄຳໄຊ ພ້ອມດ້ວຍ ພະນັກງານ ພວກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການລົງມາຝືກອົບຮົມວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ບໍລິສັດອິນຊີທອງການຄ້າ ແຂວງ ບໍລິຄຳໄຊ ໃນຄັ້ງນີ້. ເພື່ອໃຫ້ຄະນະຮັບຜິດຊອບ ແລະ ພະນັກງານ, ບໍລິສັດດັ່ງກ່າວ ນໍາໄປໝູນໃຊ້ເຂົ້າໃນການປົກປ້ອງສິດຜົນປະໂຫຍດ, ເພື່ອຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ພ້ອມທັງອະທິບາຍ ຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ, ວິທີປະຕິບັດເມື່ອເກີດອັກຄີໄພ, ການເອົາຕົວລອດຈາກອັກຄີໄພ, ການຊ່ວຍເຫຼືອຜູ້ເຄາະຮ້າຍອອກຈາກສະຖານທີ່ເກີດເຫດ, ວິທີການນຳໃຊ້ອຸປະກອນຂັ້ນພື້ນຖານ ໃນການດັບມອດໄຟໃນຂັ້ນເບື້ອງຕົ້ນ ເຊັ່ນ: ຜົງເຄມີແຫ້ງ, ການນໍາໃຊ້ນໍ້າດັບໄຟ, ເຄມີໂຟມ, ທາດອາຍບໍ່ຕິດໄຟ ແລະ ອື່ນໆ. ອະທິບາຍເຖິງວິທີການກວດກາບັ້ງມອດໄຟ, ລະບົບສຽງສັນຍານເຕືອນໄພ ແລະ ລະບົບນ້ຳປະປາທີ່ຕິດຕັ້ງຕາມຈຸດຕ່າງໆໃຫ້ຢູ່ໃນສະພາບພ້ອມໃຊ້ງານຢູ່ສະເໝີ. ຈາກນັ້ນກໍ່ໄດ້ມີການສາທິດ ການນຳໃຊ້ອຸປະກອນການມອດໄຟຂັ້ນພື້ນຖານ, ການຈຳລອງເວລາມີເຫດການໄຟໄໝ້ ໃຫ້ບັນດາຜູ້ເຂົ້າຮ່ວມຮັບຊົມ ແລະ ປະຕິບັດຕົວຈິງໃນການນຳໃຊ້ບັ້ງມອດໄຟ, ການມອດໄຟຈາກຖັງແກັສ, ການແກ້ໄຂສະກັດກັ້ນ ແລະ ມອດໄຟຂັ້ນພື້ນຖານກ່ອນເຈົ້າໜ້າທີ່ດັບເພີງມາຊ່ວຍ.

About admins16