ເຈົ້າແຂວງ ເນັ້ນ 5 ວຽກງານ ທີ່ຄະນະບໍລິຫານງານພັກແຂວງ ຕ້ອງໄດ້ສຸມໃສ່ໃນຕໍ່ໜ້າ

ເພື່ອເປັນທິດຊີ້ນໍາໃນການຈັດຕັ້ງປະຕິບັດງານໃນຕໍ່ໜ້າ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ ໄດ້ເນັ້ນ 5 ວຽກງານສຳຄັນ ໃນກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ປະຈໍາປີ 2022 ຄັ້ງທີ 10 ສະໄໝທີ VII ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23 – 25 ມັງກອນ 2023 ຢູ່ຫ້ອງວ່າການແຂວງ ໂດຍມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເພື່ອສືບຕໍ່ເຮັດສໍາເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ທິດທາງແຜນການ ປີ 2023 ໃຫ້ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດໃນຂະບວນການຕົວຈິງ ເຈົ້າແຂວງບໍລິຄຳໄຊ ໄດ້ເນັ້ນໜັກໃຫ້ ຄະນະບໍລິຫານງານພັກແຂວງ ຮັບຜິດຊອບໂດຍກົງ ນຳເອົາເນື້ອໃນກອງປະຊຸມຄັ້ງນີ້ ໄປຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍໃຫ້ກວ້າງຂວາງ, ເລີກເຊິ່ງ ຫັນເປັນແຜນລະອຽດເຂົ້າສູ່ວຽກງານຕົວຈິງໃນຂອບເຂດທີ່ຕົນເອງຮັບຜິດຊອບ, ເພີ່ມທະວີວຽກງານສຶກສາອົບຮົມແນວຄິດ, ແກ້ໄຂແນວຄິດຄອງເດີມ, ເພີ່ມທະວີມາດຕະຖານເຊື່ອມຖອຍທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ຫຼື ການປ່ຽນທາດດ້ວຍຕົນເອງ, ເພີ່ມທະວີສະຕິຕື່ນຕົວ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕອບຕ້ານກົນອຸບາຍຫັນປ່ຽນໂດຍສັນຕິ, ການໂຄສະນາບິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີລະບອບໃໝ່ ແລະ ການນຳພາຂອງພັກ, ການຄຸ້ມຄອງລັດໃຫ້ທັນການ.

ສືບຕໍ່ເອົາໃຈໃສ່ການກໍ່ສ້າງ, ປັບປຸງກຳລັງໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີລະບຽບວິໃນ, ມີແບບແຜນ ແລະ ມີຄວາມສາມາດໃນການປະຕິບັດໜ້າທີ່ສູງຂື້ນກວ່າເກົ່າ, ສືບຕໍ່ຈັດຕັ້ງປະຕິບັດແນວທາງ ປກຊ – ປກສ ທົ່ວປວງຊົນຮອບດ້ານໃຫ້ຕໍ່ເນື່ອງ ດ້ວຍມາດຕະການຫັນລົງກໍ່ສ້າງຮາກຖານການເມືອງ, ປັບປຸງລະບົບການເມືອງຢູ່ຮາກຖານໃຫ້ໜັກແໜ້ນ ແລະ ເຂັ້ມແຂງເປັນກ້າວໆ, ສືບຕໍ່ຊຸກຍູ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈຳປີ 2023 ເຊິ່ງເປັນປີທຳອິດທີ່ແຂວງຂອງພວກເຮົາຈັດຕັ້ງຜັນຂະຫຍາຍທິດຂອງລັດຖະບານ ເປັນແຂວງກຸ້ມຕົນເອງດ້ານງົບປະມານ ລາຍຮັບກຸ້ມລາຍຈ່າຍ ແລະ ມີສ່ວນດຸ່ນດ່ຽງໃຫ້ສູນກາງ ( ເປັນແຂວງເກີນດຸນ ), ເອົາໃຈໃສ່ໃນການຕິດຕາມ ແລະ ຊີ້ນຳຢ່າງໃກ້ສິດໃນການຮຽນ-ການສອນທຸກຂັ້ນ, ຕິດຕາມ ແລະ ປະຕິບັດມາດຕະການ-ການລະບາດຂອງພະຍາດໂຄວິດ-19, ການລະບາດຂອງພະຍາດໄຂ້ເລຶອດອອກ ແລະ ພະຍາດຕາມລະດູການ ( ສູ່ຊົນປະຕິບັດບັນດາຕົວເລກຄາດໝາຍໃນຂະແໜງການສຶກສາ-ສາທາໃຫ້ບັນລຸຜົນເປັນຈິງ ).

ໃນກອງປະຊຸມ ຍັງໄດ້ປະກາດແຕ່ງຕັ້ງຄະນະບໍລິຫານງານພັກແຂວງເພີ່ມເຕີມຈຳນວນ 1 ສະຫາຍ ຄື ສະຫາຍ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ເປັນກຳມະການພັກແຂວງ.

About admins16