ເຈົ້າແຂວງ ລົງຕິດຕາມເບິ່ງສະພາບແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ເຂື່ອນໄຟຟ້ານໍ້າງຽບ 1

ເພື່ອເປັນການຊຸກຍູ້-ສົ່ງເສີມ ແລະ ຕິດຕາມການດໍາເນີນງານຂອງບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດ ພາຍຫຼັງໂຄງການດັ່ງກ່າວໄດ້ກໍ່ສ້າງສໍາເລັດໃນເດືອນກັນຍາ 2019 ແລະ ໄດ້ຜະລິດພະລັງງານທີ່ສະອາດ, ຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກໃນ ສ.ປ.ປ. ລາວ, ເວົ້າລວມເວົ້າສະເພາະກໍ່ຄືພໍ່ແມ່ປະຊາຊົນຊາວແຂວງບໍລິຄໍາໄຊ ຂອບເຂດບໍລິເວນລຸ່ມເຂື່ອນ, ໃນຕອນເຊົ້າວັນທີ 5 ພະຈິກ 2021ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ສົມທົບກັບ ພະແນກ ພະລັງງານ ແລະ ບໍແຮ່ແຂວງ ບໍລິຄໍາໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມສໍາຫຼວດເບິງເຂື່ອນໄຟຟ້ານໍ້າງຽບ 1 ຢູ່ເມືອງບໍລິຄັນ.

ໃນໂອກາດທີທ່ານເຈົ້າແຂວງໄດ້ລົງຢ້ຽມຢາມໃນຄັ້ງນີ້ ທາງຄະນະໄດ້ຮັບຜິດຊອບຂອງໂຄງການຍັງໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆໂດຍຫຍໍ້ ໃຫ້ກັບທ່ານເຈົ້າແຂວງໄດ້ຮັບຊາບ ພ້ອມທັງນໍາພາສໍາຫຼວດເບີງ ການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ ຢູ່ພາກສະໜາມຕົວຈິງ ເປັນຕົ້ນແມ່ນເຮືອນຈັກໄຟຟ້າຂອງເຂື່ອນນ້ອຍ-ເຂື່ອນໃຫຍ່, ການຄວບຄຸມເຄື່ອງຈັກໃນດ້ານຕ່າງໆດ້ວຍລະບົບຄອບພົວເຕິີ, ການກັກເກັບນໍ້າເພຶ່ອນໍາໃຊ້ໃນການຜະລິດກະແສ່ໄຟຟ້າ, ການນໍາສົ່ງກະແສ່ໄຟຟ້າອອກຂາຍໄຟຟ້າໄປຕ່າງປະເທດ ແລະ ອື່ນໆ.

ຫຼັງຈາກນັ້ນທ່ານເຈົ້າແຂວງ ຍັງໄດ້ໄປສໍາຫຼວດເບິງພື້ນທີ່ທໍາການຜະລິດການປູກຜັກ-ປູກເຂົ້າ. ການລ້ຽງປາ ພ້ອມທັງລົງພົບປະເລຂາພັກບ້ານພູໂຮມໄຊ ເພຶ່ອເປັນການຢ້ຽມຖາມເຖິງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນພາຍໃນບ້ານ ໂດຍລວມແລ້ວເຫັນວ່າຊີວິດຂອງພໍ່ແມ່ປະຊາຊົນພາຍໃນບ້ານ, ໃນປະຈຸບັນແມ່ນມີລະດັບຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ ເມືອທຽບໃສ່ກັນກັບເມື່ອກ່ອນ ສະພາບແວດລ້ອມຂອບເຂດບໍລິເວນອ້ອມຮອບບ້ານ ແມ່ນຍັງຄົງຄວາມອຸດົມສົມບູນ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນານາພັນ ແລະ ຢູ່ຄູ່ກັບປະຊາຊົນແບບປົກກະຕິ.

About admins14