ເຈົ້າແຂວງ ບໍລິຄໍາໄຊ ລົງພົບປະຢ້ຽມຢາມ ຄະນະພັກ – ຄະນະບັນຊາ ກຳລັງ ປກຊ – ປກສ ເມືອງປາກຊັນ

ໃນວັນທີ 14 ກຸມພາ 2022 ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານ ປກຊ – ປກສ ແຂວງ ບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມ ເຮັດວຽກຮ່ວມກັບ ຄະນະພັກ ຄະນະບັນຊາ ນາຍ ແລະ ພົນທະຫານ ກອງບັນຊາການທະຫານເມືອງປາກຊັນ ໂດຍການກ່າວຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ພັນໂທ ແກ້ວອຸດອນ ເພັງພະຈັນ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ປາກຊັນ.

ໂອກາດດັ່ງກ່າວ ຄະນະບັນຊາກອງບັນຊາການທະຫານເມືອງປາກຊັນ ໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານພາຍໃນກົມກອງ ໃຫ້ກັບ ທ່ານ ເຈົ້າແຂວງ ພ້ອມດ້ວຍຄະນະໄດ້ຮັບຊາບ.

ເປັນຕົ້ນແມ່ນສະພາບລວມທີ່ຕັ້ງ – ຈຸດພິເສດຂອງກົມກອງ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ສະພາບສັດຕູ ແລະ ກຸ່ມຄົນບໍ່ຫວັງດີ, ການແກ້ໄຂປະກົດການຫຍໍ້ທໍ້ ໃນດ້ານຕ່າງໆ ທີ່ເກີດຂຶ້ນພາຍໃນເມືອງ ແລະ ວຽກງານອື່ນໆ.

ຕະຫຼອດໄລຍະຜ່ານມາ ຄະນະພັກ ຄະນະບັນຊາ ກອງບັນຊາການທະຫານເມືອງປາກຊັນ ໄດ້ປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກເມືອງປາກຊັນ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ່ 4 ຂອງອົງຄະນະພັກ ກອງບັນຊາການທະຫານເມືອງ ປາກຊັນວາງອອກ.

ວຽກງານປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງກໍາລັງອອກກວດກາສາລະເວນ ປ້ອງກັນເວນຍາມຂອບເຂດຮັບຜິດຊອບ ເຊັ່ນ: ຂົວ, ປ້ອງກັນຜູ້ນໍາ, ປ້ອງກັນກອງປະຊຸມໃຫຍ່, ງານປະເພນີ, ງານສະເຫລີມສະຫຼອງວັນສໍາຄັນຕ່າງໆຂອງຊາດ ທີ່ພັກ-ລັດຈັດຂຶ້ນລວມທັງໝົດ 30 ຄັ້ງ ເຊິ່ງໄດ້ເຮັດໃຫ້ເມືອງປາກຊັນ ກໍ່ຄືສັງຄົມ ໄດ້ມີຄວາມສະຫງົບໂດຍພື້ນຖານຕະຫຼອດມາ.

ໂອກາດດັ່ງກ່າວ ທ່ານປະທານ ປກຊ – ປກສ ຍັງໄດ້ຊີ້ນໍາວຽກງານບາງດ້ານ ທີ່ຈະຕ້ອງໄດ້ເພີ່ມທະວິແກ້ໄຂຢ່າງຮອບດ້ານ ເດັດຂາດ ແລະ ເຂັ້ມງວດ ແນ່ໃສເຮັດໃຫ້ປະກົດການຫຍໍ້ທໍ້ໃນດ້ານຕ່າງໆ ທີ່ເກີດຂຶ້ນໃນສັງຄົມໄດ້ຮັບການແກ້ໄຂດີຂຶ້ນ ແລະ ໝົດສິ້ນໄປເປັນກ້າວໆ.

ໃນວັນດຽວກັນ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ທັງເປັນປະທານ ປກຊ – ປກສ ຂັ້ນແຂວງ ໄດ້ສົມທົບກັບຄະນະພັກເມືອງປາກຊັນ ຫົວໜ້າກົມກອງ – ຫ້ອງການທີ່ກ່ຽວຂ້ອງ ລົງພົບປະຊີ້ນໍາວຽກງານຕໍ່ກັບກໍາລັງ ປກສ ເມືອງ ປາກຊັນ.

ໃນພິທີ ທ່ານ ພັນໂທ ລາຕີ ພິລາວົງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງປາກຊັນ ໄດ້ລາຍງານສະພາບລວມໂດຍຫຍໍ້ ວ່າ: ວຽກງານປ້ອງກັນຄວາມສະຫງົບທາງດ້ານສັງຄົມ ຄະນະພັກຄະນະກອງບັນຊາການໄດ້ເອົາໃຈໃສ່ນໍາພາ – ຊີ້ນໍາວິຊາສະເພາະ ເພຶ່ອແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນການລັກຊັບຂອງພົນລະເມືອງ, ການມົ້ວສຸມສິ່ງເສບຕິດ, ກໍ່ອາລະວາດສ້າງຄວາມບໍສະຫງົບໃນຄອບຄົວ – ສັງຄົມ, ອຸປະຕິເຫດຕາມທ້ອງຖະໜົນ ການຫຼິ້ນການພະນັນທີ່ຕ້ອງຫ້າມ ແລະ ອື່ນໆ.

ໄດ້ເອົາໃຈໃສ່ຄຸ້ມຄອງບັນດາເປົ້າໝາຍປະເພດຕ່າງໆ ຕາມຫຼັກວິຊາສະເພາະ ເຊິ່ງທົ່ວເມືອງປາກຊັນ ມີເປົ້າໝາຍທັງໝົດ 1.200 ຄົນ, ຍິງ 29 ຄົນ, ເປົ້າໝາຍອາຍາ 76 ຄົນຍິງ 5 ຄົນ, ເປົ້າໝາຍເສດຖະກິດ 42 ຄົນ ຍິງ 11 ຄົນ, ເປົ້າໝາຍຄ້າຂາຍຢາເສບຕິດ ປະເພດຢາບ້າ 135 ຄົນ, ຍິງ 8 ຄົນ ແລະ ເປົ້າໝາຍເສບຢາເສບຕິດ 900 ກວ່າຄົນ ຍິງ 5 ຄົນ.

ໃນ 1 ປີຜ່ານມາ ມີຄະດິເກີດຂຶ້ນທັງໝົດ 168 ເລື່ອງ ມີຜູ້ຕ້ອງຫາ 137 ຄົນ ຍິງ 8 ຄົນ, ສາມາດມ້າງໄດ້ 109 ເລື່ອງ ບໍ່ຮູ້ຜູ້ກະທໍາຜິດ 54 ເລື່ອງ, ເອົາຕົວລົບໜີ 5 ຄົນ, ຍິງ 1 ຄົນ, ແຂວງດໍາເນີນ 1 ເລື່ອງ ຕ້ອງຫາ 3 ຄົນ ບໍ່ໄດ້ກັກຕົວ 6 ຄົນ ເສຍຊີວິດ 9 ຄົນ ແລະ ຢຶດຂອງກາງຢາບ້າໄດ້ຈໍານວນ 7.500 ກວ່າເມັດ.

 

About admins14