ເຈົ້າແຂວງ ຊີ້ນຳໃຫ້ເອົາໃຈໃສ່ໃນການຕິດຕາມແຮງງານທີ່ກັບຄືນປະເທດ

ໃນຕອນບ່າຍຂອງວັນທີ 23 ກໍລະກົດ 2021 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍ ຫົວໜ້າຄະນະສະເພາະກິດຂັ້ນແຂວງ-ເມືອງ ແລະ ພາກສ່ວນກ່ຽວຂ້ອງ ລົງຕິດຕາມແຮງງງານລາວທີ່ເດີນທາງກັບຄືນປະເທດ ຢູ່ດ່ານສາກົນປາກຊັນ-ບຶງການ.

ໃນການລົງຕິດຕາມຄັ້ງນີ້ ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກຄະນະຮັບຜິດຊອບວ່າ: ຮອດປະຈຸບັນ ມີແຮງງານທີ່ເດີນທາງເຂົ້າຜ່ານດ່ານປາກຊັນ-ບຶງການ 520 ຄົນ ຍິງ 310 ຄົນ ແລະ ເດັກນ້ອຍ 37 ຄົນ, ກວດພົບເຊື້ອຈາກກໍລະນີນຳເຂົ້າ 6 ຄົນ ຍັງລໍຖ້າຜົນກວດ 30 ຄົນ ແລະ ຍັງຈະສືບຕໍ່ມີແຮງງານກັບຄືນມາໃນທຸກໆມື້.

ຈາກນັ້ນ ທ່ານເຈົ້າແຂວງ ຍັງໄດ້ຊີ້ນຳໃຫ້ເອົາໃຈໃສ່ການໂຄສະນາເຜີຍແຜ່, ຜັນຂະຫຍາຍ ບັນດານິຕິກຳ ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອໃຫ້ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈ ແລະ ເຂົ້າຮ່ວມ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ພ້ອມນີ້ ໃຫ້ພາກສ່ວນກ່ຽວຂ້ອງປະສານຫາດ່ານບຶງການ ກ່ຽວກັບການເກັບຄ່າບໍລິການດ້ານຕ່າງໆ ຕໍ່ກັບແຮງງານທີ່ຈະກັບຄືນປະເທດ ເນື່ອງຈາກແຂວງບໍລິຄຳໄຊແມ່ນບໍ່ມີການເກັບຄ່າບໍ່ລິການ, ຕິດຕາມພະນັກງານຂັບເຮືອ ທີ່ໄປຮັບແຮງງານຈາກຝັ່ງໄທ ແລະ ເຈົ້າໜ້າທີ່ຮັບຜິດຊອບ ທີ່ອາດມີຄວາມສ່ຽງ ໃຫ້ຮັກສາໄລຍະຫ່າງ ປະຕິບັດມາດຕະການທີ່ຄະນະກິດວາງງອອກ ແລະ ຕ້ອງມີໃບຢັ້ງຢືນການສັກຢາຄົບຕາມຈຳນວນຈາກແພດໝໍ.

About admins16