ເຈົ້າແຂວງເນັ້ນ 9 ວຽກງານສຳຄັນ ທີ່ຕ້ອງເລັ່ງຈັດຕັ້ງປະຕິບັດໃນຕໍ່ໜ້າ

ເພື່ອເຮັດໃຫ້ບັນລຸຄາດໝາຍທີ່ວາງໄວ້, ສັງຄົມມີຄວາມສະຫງົບປອດໄພ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໄດ້ຮັບການພັດທະນາໃຫ້ດີຂຶ້ນ ຫຼາຍວຽກງານຕ້ອງໄດ້ຮັບການຈັດຕັ້ງປະຕິບັດ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີຄຳເຫັນຕໍ່ກອງປະຊຸມອົງການປົກຄອງແຂວງ ປະຈຳເດືອນ 7 – 8 ທີ່ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

ເຖິງວ່າໃນໄລຍະ 2 ເດືອນຜ່ານມາ ມີຫຼາຍວຽກງານໄດ້ຮັບການແກ້ໄຂ ແລະ ປັບປຸງໃຫ້ດີຂຶ້ນ ແຕ່ກໍ່ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ຖືກສະເໜີ ເພື່ອເປັນການແລກປ່ຽນບົດຮຽນ ແລະ ຊອກວິທີການແກ້ໄຂໃນຕໍ່ໜ້າ ເປັນຕົ້ນແມ່ນບັນຫາການລັກລອບຄ້າຂາຍໄມ້ທີ່ບໍ່ຖືກຕ້ອງ, ການປະຕິບັດວິໄນຕໍ່ພະນັກງານລັດຖະກອນ, ການອຳນວຍຄວາມສະດວກ ໃຫ້ແກ່ການເຮັດການຜະລິດກະສິກຳ ຍັງບໍ່ໄດ້ດີເທົ່າທີ່ຄວນ, ການລະບາດຂອງໄຂ້ຍຸງລາຍ, ການເກັບລາຍຮັບເຂົ້າງົບປະມານ ບໍ່ສາດມາດປະຕິບັດໄດ້ຕາມຄາດໝາຍ, ການຊ່ວຍເຫຼືອພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ການລັກກລອບຂຸດຄົ້ນແຮ່ທາດ ແລະ ບັນຫາອຶ່ນໆ.

ເພື່ອເປັນທິດຊີ້ນຳໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ທ່ານເຈົ້າແຂວງຍັງໄດ້ເນັ້ນ 9 ວຽກງານສຳຄັນ ຄື: ຫັນເອົາແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ ໃນທົ່ວສັງຄົມຮອບດ້ານໃຫ້ເລິກເຊິ່ງ ຮັບປະກັນໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ, ສະກັດກັ້ນ ແລະ ຕີຖອຍ ບັນດາປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ໂດຍສະເພາະບັນຫາ 4 ເຖື່ອນ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ, ກຳໃຫ້ໄດ້ສະພາບຕົວຈິງໃນແຕ່ລະໄລຍະ, ສືບຕໍ່ຕ້ານ ແລະ ຄວບຄຸມ ພະຍາດໂຄວິດ-19 ຢ່າງເຂັ້ມງວດ, ສືບຕໍ່ຊຸກຍູ້ການຜະລິດໃນລະດູຝົນ ໃຫ້ບັນລຸຕາມແຜນທີ່ວາງໄວ້ ພ້ອມກັນນັ້ນໃຫ້ເອົາໃຈໃສ່ຕິດຕາມ, ເເກ້ໄຂ ແລະ ຕ້ານ ພະຍາດທີ່ອາດຈະເກີດຂຶ້ນໃນສັດ ແລະ ພືດ, ກຽມສະໜອງແນວພັນໃຫ້ຊາວກະຊິກອນ ໃນກໍລະນີເກີດໄພນ້ຳຖ້ວມ ຫຼື ໄພແຫ້ງແລ້ງ ແລະ ກະກຽມການຜະລິດທົດແທນໃນຕໍ່ໜ້າ, ເພີ່ມທະວີຄຸ້ມຄອງຄວບຄຸມການເໜັງຕີງຂອງລາຄາສິນຄ້າ ບໍ່ໃຫ້ມີການຂຶ້ນລາຄາແບບບໍ່ສົມເຫດສົມຜົນ, ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການເຂົ້າເຖິງແຫຼ່ງທຶນ ຂອງວິສະຫະກິດຂະໜາດນ້ອຍ ແລະ ຂະໜາດກາງ(SME), ເລັ່ງໃສ່ການຕິດຕາມ, ເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດຕາມລະດູການ ໂດຍສະເພາະແມ່ນການລະບາດຂອງພະຍາດໄຂ້ຍຸງລາຍ, ພ້ອມດຽວກັນ ບັນດາໂຮງໝໍ ຕ້ອງເອົາໃຈໃສ່ຮັບປະກັນການປິ່ນປົວພະຍາດ, ໃຫ້ການບໍລິການແກ່ປະຊາຊົນ, ຄົນເຈັບ ໃຫ້ມີຄຸນນະພາບດີຂຶ້ນ, ສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2020 ໃຫ້ໄດ້ຮັບຄາດໝາຍຕາມແຜນທີ່ວາງໄວ້, ເອົາໃຈໃສ່ຕິດຕາມກວດກາບັນດາເສັ້ນທາງ ໃນຊ່ວງລະດູຝົນນີ້ ເພື່ອຮັບປະກັນບໍ່ໃຫ້ຖືກຕັດຂາດ, ໃຫ້ຫັນເອົາວິກິດການປະເຊີນໜ້າກັບພະຍາດໂຄວິດ-19 ໃຫ້ເປັນໂອກາດໃນການຄົ້ນຄວ້າທ່າແຮງພາຍໃນ ແລະ ຄວາມຕ້ອງການຂອງສັງຄົມ ເພື່ອສ້າງສິນຄ້າ ແລະ ຜະລິຕະພັນພາຍໃນ ໃນການສ້າງແນວຄິດສ້າງສັນໃໝ່ໆ, ສ້າງອາຊີບໃຫ້ປະຊາຊົນ ແລະ ສ້າງຄວາມເຂັ້ມແຂງໃຫ້ເສດຖະກິດຂອງແຂວງ ແລະ ໃຫ້ບັນດາເມືອງ, ພະແນກການ ແລະ ອົງການ ເພີ່ມທະວີໃນການຈັດຕັ້ງປະຕິບັດສິດ, ໜ້າທີ່ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ໄດ້ຕາມຄາດໝາຍ ຄຽງຄູ່ກັບການຍົກສູງປະສິດທິພາບ ແລະ ປະສິດທິຜົນ ໃນການຄຸ້ມຄອງ, ບໍລິຫານລັດ ໃຫ້ນັບມື້ນັບດີຂຶ້ນ.

About admins14