ເຈົ້າແຂວງເນັ້ນ 6 ວຽກງານສໍາຄັນ ຕໍ່ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ

ເພື່ອເປັນທິດຊີ້ນໍາໃນການຈັດຕັ້ງປະຕິບັດ, ຮັບປະກັນບາງຂໍ້ຄົງຄ້າງ ໄດ້ຮັບການປັບປຸງແກ້ໄຂ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບຄວາມເປັນຈິງ ແລ້ວນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ ໄດ້ຮັບທັງປະລິມານ ແລະ ຄຸນນະພາບ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ສຸມໃສ່ຈັດຕັ້ງຫຼາຍວຽກງານສຳຄັນ ຕໍ່ກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວແຂວງບໍລິຄຳໄຊ 5 ປີ ( 2016 – 2020 ) ແລະ ທິດທາງແຜນການ ຮອດປີ 2025 ທີ່ໄດ້ຈັດຂຶ້ນໃນວັນທີ 28 – 29 ພະຈິກ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປີ 2016 – 2020, ວຽກງານພົ້ນເດັ່ນຈາກບັນດາເມືອງ ແລະ ພາກສ່ວນກ່ຽວຂ້ອງ, ພ້ອມນັ້ນ ຍັງມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍບັນຫາສຳຄັນ ຊຶ່ງຍັງເຫັນບາງຂໍ້ຄົງຄ້າງ ເປັນຕົ້ນແມ່ນ ການຜັນຂະຫຍາຍນິຕິກໍາຕ່າງໆ ຍັງບໍ່ຕໍ່ເນື່ອງ, ການນໍາພາແກ້ໄຂຄວາມທຸກຍາກ ແລະ ການພັດທະນາ ປະຕິບັດບໍ່ໄດ້ຕາມແຜນທີ່ວາງໄວ້, ການສ້າງບ້ານໃຫຍ່ເປັນສີສັນຕົວເມືອງນ້ອຍ ບໍ່ທັນໄດ້ຕາມມາດຖາານທີ່ກໍານົດ, ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວພັດທະນາ ບໍ່ບັນລຸຕາມຄາດໝາຍ.

ໂອກາດນີ້ ທ່ານເຈົ້າແຂວງ ຍັງໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ໂດຍເນັ້ນໃຫ້ບັນດາພະແນກການ ນຳເອົາບົດໂອ້ລົມຂອງປະທານປະເທດແຫ່ງ ສປປ ລາວ ຕໍ່ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ເພື່ອເລືອກເຟັ້ນເອົາບັນດາເນື້ອໃນຈິດໃຈ ອັນເປັນທ່າແຮງບົ່ມຊ້ອນ ແລະ ສອດຄ່ອງກັບວຽກງານ ໄປເຜີຍແຜ່ຕໍ່ຂົງເຂດຄວາມຮັບຜິດຊອບຂອງຕົນ, ສືບຕໍ່ສຶກສາອົບຮົມການເມືອງແນວຄິດ ໂດຍນຳເອົາບັນດານິຕິກຳຂອງສູນກາງ, ຂອງແຂວງ ແລະ ຂອງເມືອງ ໄປຈັດຕັ້ງເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໃຫ້ທົ່ວເຖິງ, ສືບຕໍ່ປັບປຸງການຈັດຕັ້ງນຳພາໂດຍຖືເອົາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ຕາມຕົວເລກຄາດໝາຍ ແລະ ຄຸນນະພາບ, ສືບຕໍ່ຂຶ້ນແຜນພັດທະນາພະນັກງານນຳພາຄຸ້ມຄອງຮອດປີ 2025 ຮັບປະກັນບຸກຄະລາກອນເຂົ້າກອງປະຊຸມໃຫຍ່.

ໃຫ້ບັນດາຂະແໜງການເອົາໃຈໃສ່ແກ້ໄຂບັນຫາຄວາມທຸກຍາກ ແລະ ການພັດທະນາ ຕາມຄວາມຮັບຜິດຊອບ ເປັນຕົ້ນແມ່ນຂັ້ນບ້ານ ໃນການພັດທະນາຈຸດສຸມສ້າງເປັນສີສັນຕົວເມືອງນ້ອຍໃນຊົນນະບົດ, ຄວາມທຸກຍາກໃຫ້ຍັງເຫຼືອໜ້ອຍກວ່າ 1 ພັນຄອບຄົວ ຫຼື ຕ່ຳກວ່າ 1,87%, ລົບລ້າງຄວາມທຸກຍາກໃຫ້ໄດ້ 4%, ສືບຕໍ່ ແລະ ປະເມີນບ້ານ ທີ່ຍັງບໍ່ທັນບັນລຸ 2 ດ້ານ ແຕ່ນີ້ ຮອດປີ 2025 ໃຫ້ບັນລຸ, ສ້າງເມືອງປ້ອງກັນຊາດປ້ອງກັນຄວາມສະຫງົບເຂັ້ມແຂງໃຫ້ໄດ້ 95% ຂຶ້ນໄປ ແລະ ສູ້ຊົນ 7 ເມືອງ ຕ້ອງໃຫ້ໄດ້ຫົວໜ່ວຍເຂັ້ມແຂງ ດ້ານປ້ອງກັນຄວາມສະຫງົບໃຫ້ໄດ້ 80%, ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ 5 ດ້ານ ສືບຕໍ່ໃຫ້ບັນລຸ 4 ເມືອງ, ເມືອງບັນລຸ 4 ດ້ານໃຫ້ໄດ້ 2 ເມືອງ, ບັນລຸ 2 ດ້ານໃຫ້ໄດ້ 1 ເມືອງ ແລະ ສູ້ຊົນການສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ ໃຫ້ໄດ້ 90% ໃນທົ່ວແຂວງ.

About admins16